ຜົນການໂຫວດ ຈິນນາລີ ນໍລະສິງ ຕິດ 1 ໃນ 3 ໃນການປະກວດມີສແກຣນ ອິນເຕີເນຊັນນອລ 2017 ທີ່ ສສ ຫວຽດນາມ
ພາຍຫຼັງທີ່ກອງເຊຍຫຼາຍປະເທດຮ່ວມກັນໂຫວດໃຫ້ຄະແນນກັບນາງງາມທີ່ເປັນຕົວແທນຂອງປະເທດຕົນເອງຢ່າງດຸເດືອດ ເຊັ່ນດຽວກັບກອງເຊຍຄົນລາວ ທີ່ຮ່ວມພະລັງໂຫວດໃຫ້ ຈິນນາລີ ນໍລະສິງ (ຟ້າໃສ) ຈົນເຮັດໃຫ້ ຟ້າໃສ ຕິດ 1 ໃນ 3 ທີ່ຈະໄດ້ຢູ່ແຖວໜ້າໃນລາຍການຟ້ອນເປີດງານການສະແດງຮອບຊຸດທ້າຍຂອງກອງປະກວດ ມີສແກຣນ ອິນເຕີເນຊັນນອລ (Miss Grand International 2017 ຫຼື MIG 2017) ຈາກການປະກາດຜົນຢ່າງເປັນທາງການຂອງຄະນະກໍາມະການ Miss Grand International 2017 ໃນມຶ້ນີ້ 22 ຕຸລາ 2017 ທີ່ ສສ ຫວຽດນາມ.
Miss Grand International Official Announcement:
Our Top 3 Highest Vote Results earning 3 spots in the front row of Final Show opening dance are revealed!
1. Miss Grand Vietnam
2. Miss Grand Laos
3. Miss Grand Cambodia
ຂໍ້ມູນ: Miss Grand International
___________
Post a Comment