ສະພາແຫ່ງຊາດ ຈະດຳເນີນກອງປະຊຸມສະໄໝ ສາມັນ ໃນວັນທີ 16 ຕຸລາ ເຖິງວັນທີ 17 ພະຈິກ 2017 ນີ້
ອີງຕາມການລາຍງານຂອງ ຂປລ ວ່າ : ສະພາແຫ່ງຊາດ ຈະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ແຕ່ວັນທີ 16 ຕຸລາ ເຖິງວັນທີ 17 ພະຈິກ 2017 ນີ້ ເພື່ອຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆ ຂອງຊາດ.
ທ່ານ ນາງ ສວນສະຫວັນ ວິຍະເກດ ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 11 ຕຸລາ 2017 ນີ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນໃນຕອນເຊົ້າ ວັນຈັນ ທີ 16 ຕຸລາ 2017 ທີ່ຫໍປະຊຸມສະພາແຫ່ງຊາດ (ຫລັກ 6) ແລະ ຈະດຳເນີນໄປຈົນເຖິງວັນທີ 17 ພະຈິກ 2017 ເຊິ່ງກອງປະຊຸມຈະໄດ້ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2017 ແລະ ແຜນການປີ 2018; ບົດລາຍງານການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວ ໃນຊຸມປີຜ່ານມາ ແລະ ທິດທາງແຜນການໃນປີ 2018, ບົດລາຍງານການຈັດຕັ້ງປະຕິບັດແຜນການ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018 ຂອງສະພາແຫ່ງຊາດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈຳປີ 2017 ແລະ ແຜນການ ປີ 2018 ຂອງອົງການກວດສອບແຫ່ງລັດ;
ບົດລາຍງານຜົນການກວດສອບ ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016; ບົດລາຍງານອົງການກວດກາລັດຖະບານ ກ່ຽວກັບຜົນການກວດກາ ຕາມຜົນການກວດສອບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2013-2014 ແລະ ສົກປີ 2014-2015; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2017 ແລະ ແຜນການປີ 2018 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນສູງສຸດ;
ບົດລາຍງານຂອງກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເຊິ່ງໃຊ້ໄດ້ຢ່າງເດັດຂາດ ໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂ ໃນຕໍ່ໜ້າ ແລະ ບັນຫາສຳຄັນອື່ນໆ ຕາມການສະເໜີຂອງສະພາແຫ່ງຊາດ ແລະ ລັດຖະບານ.
ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ຈຳນວນ 16 ສະ ບັບ ໃນນັ້ນ, ຮ່າງກົດໝາຍສ້າງໃໝ່ 9 ສະບັບ ແລະ ຮ່າງກົດໝາຍປັບປຸງ 7 ສະບັບ, ເຊິ່ງກວມຢູ່ໃນຂົງເຂດເສດຖະກິດ ມີ 6 ສະບັບ, ການເງິນ 4 ສະບັບ, ວັດທະນະທຳ-ສັງຄົມ 3 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທຳ 3 ສະບັບ.
ໃນໄລຍະດຳເນີນກອງປະຊຸມສະພາແຫ່ງຊາດ, ຄະນະເລຂາທິການ ໄດ້ຈັດຕັ້ງໜ່ວຍງານຮັບຜິດ ຊອບໂທລະສັບສາຍດ່ວນ ເພື່ອຮັບຟັງຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ, ເຊິ່ງບັນດາທ່ານສາມາດ ສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີ ໄປຍັງກອງປະຊຸມໄດ້, ໂດຍຜ່ານໂທລະສັບບໍ່ເສຍຄ່າ ໝາຍເລກ 156, ໂທລະສານ 021 413528, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ຫລື ທາງອີເມວ na session@na.gov.la
ຂໍ້ມູນ: ສໍານັກຂ່າວສານປະເທດລາວ
Post a Comment