ບໍລິສັດເອກະຊົນ ທຸ້ມເງິນ 5 ຕື້ໂດລາ ເພື່ອສ້າງ ສູນການຄ້າ ແລະ ການບໍລິການ
ບໍລິສັດ ອາຄະເນ ພັດທະນາລາວ ເອສອີແຊັດ ຈໍາກັດ ໄດ້ລົງທຶນ 5 ຕື້ໂດລາສະຫະ ລັດ ເພື່ອສ້າງສູນການຄ້າ ແລະ ການບໍລິການຢູ່ໂຊນ A,B,C ໃນເຂດເສດຖະກິດສະເພາະ ທ່າແຂກ ແຂວງຄຳມ່ວນ ສຳປະທານໃນເນື້ອທີ່ 7 ເຮັກຕາ, ມີອາຍຸສຳປະທານ 73 ປີ ແລະ ຄາດວ່າຈະໃຫ້ສຳ ເລັດການກໍ່ສ້າງໃນ 5 ປີ, ຮັບເໝົາກໍ່ສ້າງໂດຍ ບໍລິສັດ ABI ແລະ ບໍລິສັດໂມດູລາ ລົງທຶນກໍ່ສ້າງ ຂົນສົ່ງ ແລະ ພັດທະນາເຕັກໂນໂລຊີ ຈີເອສຊີ.
ບໍລິສັດອາຄະເນພັດທະນາລາວ ເອສອີແຊັດ ເປັນໜຶ່ງໃນບັນດາ 22 ບໍລິສັດ ທີ່ໄດ້ເຂົ້າມາລົງທຶນ, ໂດຍມີຈຸດປະສົງ ເພື່ອການລົງທຶນພັດທະນາໃນຕອນດິນດັ່ງກ່າວ, ໃຫ້ກາຍເປັນເຂດການຄ້າ ແລະ ບໍລິການ, ສະຖາບັນການເງິນ, ອຸດສາຫະກຳການທ່ອງທ່ຽວ ລະດັບສາກົນ ຄົບວົງຈອນ.
ພິທີວາງສີລາລຶກໂຄງການກໍ່ສ້າງສູນການຄ້າ ແລະ ການບໍລິການ ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2017, ຢູ່ເຂດເສດຖະກິດສະເພາະທ່າແຂກ ແຂວງ ຄຳມ່ວນ ເປັນກຽດເຂົ້າຮ່ວມພິທີ ໂດຍ ທ່ານ ດາວໄຫລ ແກ້ວດວງດີ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ແສງເພັດ ຄຳສຸກຖາວົງ ຮອງເຈົ້າເມືອງທ່າແຂກ, ທ່ານ ສົມຈິດ ອາລິຍາພອນ ປະທານບໍລິສັດອາຄະເນ ພັດທະນາລາວ, ມີບັນດາພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກິດຈະກຳຂອງໂຄງການດັ່ງກ່າວ, ປະກອບມີ ການກໍ່ສ້າງອາຄານສະຖາບັນການເງິນໜຶ່ງຫລັງ, ສູງ 65 ຊັ້ນ, ໂຮງແຮມລະດັບ 4 ດາວ ສູງ 35 ຊັ້ນ, 5 ດາວສູງ 40 ຊັ້ນ, ອາຄານ - ອາພາດເມັ້ນ 2 ຫລັງ ສູງ 45 ຊັ້ນ, ອາຄານຫ້າງຊັບພະສິນຄ້າ 1 ຫລັງ, ສູງ 5 ຊັ້ນ, ອາຄານກວດພະຍາດແບບຄົບວົງຈອນ 5 ຊັ້ນ 1 ຫລັງ. ນອກຈາກນີ້, ຍັງມີສວນສາທາລະນະ ແລະ ໂຄງສ້າງອື່ນໆ.
ຂ່າວ: ມະນີທອນ/ຂປລ
Post a Comment