ສປປ ລາວ ມີ 6 ບໍລິສັດແລ້ວ ທີ່ເປີດການຊື້-ຂາຍຮຸ້ນຢູ່ ຕະຫລາດຫລັກຊັບລາວ
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ, ຊຶ່ງເປັນໜຶ່ງໃນ ຜູ້ນໍາດ້ານການໃຫ້ບໍລິການ ວຽກງານວິສະວະກຳກໍ່ສ້າງແບບຄົບວົງຈອນ ຢູ່ສປປ ລາວ ໄດ້ເປີດການຊື້-ຂາຍ ຮຸ້ນຄັ້ງທຳອິດຢູ່ໃນຕະຫລາດຫລັກຊັບລາວ ໃນວັນທີ 10 ຕຸລາ 2017 ດ້ວຍລາຄາ 1.350 ກີບ/ຮຸ້ນ.
ພິທີເຊັນສັນຍາຈົດທະບຽນເຂົ້າຕະຫລາດຮຸ້ນ ແລະ ເປີດການຊື້-ຂາຍຮຸ້ນ ຂອງບໍລິສັດດັ່ງກ່າວ,ໄດ້ຈັດຂຶ້ນ ທີ່ຕະຫລາດຫລັກຊັບລາວ, ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າ ສຳນັກງານຄະນະກຳມະການ ຄຸ້ມຄອງຫລັກຊັບ, ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕະຫລາດຫລັກຊັບລາວ, ບັນດາຕົວແທນຈາກ ຂະແໜງການທີ່ກ່ຽວຂ້ອງ, ພ້ອມດ້ວຍນັກທຸລະກິດ ເຂົ້າຮ່ວມ.
ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ ເປັນບໍລິສັດທຳອິດທີ່ເຂົ້າມາຈົດທະບຽນໃນຕະຫລາດຫລັກຊັບລາວ ສຳລັບປີ 2017, ຊຶ່ງໄດ້ກາຍເປັນບໍລິສັດ ອັນດັບທີ 6 ທີ່ມີການຊື້-ຂາຍໃນຕະຫລາດຫລັກຊັບ. ການເຂົ້າມາຂອງບໍລິສັດດັ່ງ, ນອກຈາກສະແດງເຖິງນິມິດໝາຍທີ່ດີ ໃຫ້ກັບຕະຫລາດທຶນແລ້ວ ຍັງຈະສ້າງໂອກາດເງື່ອນໄຂ ທີ່ຫລາກຫລາຍໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ທີ່ຕ້ອງການມາລົງທຶນ ໃນຕະຫລາດຫລັກຊັບລາວ ຕື່ມອີກ. ໃນການຊື້-ຂາຍຮຸ້ນ ມື້ທຳອິດຂອງບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ຖືວ່າດີພໍສົມຄວນ, ໂດຍມີການຊື້-ຂາຍ ທັງໝົດ 223.900 ຮຸ້ນ ຄິດເປັນມູນຄ່າປະມານ 364 ລ້ານກີບ.
ທ່ານ ສີທອງ ພົມມະຈິດ ປະທານບໍລິສັດດັ່ງກ່າວ, ກ່າວວ່າ: ບໍລິສັດເຮົາຈຳໜ່າຍ 100 ລ້ານຮຸ້ນ ແລະ ໄດ້ສຳເລັດການອອກຈຳໜ່າຍ ຮຸ້ນສາມັນເພີ່ມທຶນ ແກ່ມວນຊົນຄັ້ງທຳອິດ (IPO) ປະມານ 82% ກ່ອນເປີດການຂາຍໃນມື້ນີ້. ໃນນັ້ນ, ຜູ້ຊື້ຮຸ້ນສ່ວນໃຫຍ່ແມ່ນນັກລົງທຶນຕ່າງປະເທດເຊັ່ນ: ໄທ, ເກົາຫລີ ແລະ ຈີນ ກວມປະມານ 80%, ສ່ວນທີ່ເຫລືອແມ່ນນັກລົງທຶນພາຍໃນ. ຈຸດປະສົງການຈຳໜ່າຍຮຸ້ນ ໃນຕະຫລາດຫລັກຊັບ ກໍເພື່ອນຳເອົາທຶນມາ ຂະຫຍາຍທຸລະກິດ ກໍຄື ນຳໄປຊື້ ເຄື່ອງກົນຈັກທີ່ທັນສະໄໝ ເພື່ອມາພັດທະນາລະບົບພື້ນຖານຂອງປະເທດເຮົາ ໃຫ້ນັນມື້ນັບຈະເລີນຮຸ່ງເຮືອງສີວິໄລ.
ທ່ານ ສົມພົບ ສັກພັນພະນົມ ຜູ້ອຳນວນການໃຫຍ່ ບໍລິສັດຫລັກຊັບ ເອພີເອັມລາວ ຈຳກັດ ກ່າວວ່າ: ການທີ່ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ ໄດ້ຈົດທະບຽນເຂົ້າຕະຫລາດ ຫລັກຊັບໃນມື້ນີ້ ຈະມີໂອກາດ ໃນການລະດົມທຶນ, ໄດ້ຮັບວຽກຫລາຍຂຶ້ນ ແລະ ອາດຈະມີຫລາຍໆບໍລິສັດເພື່ອນບ້ານມາຮ່ວມລົງທຶນນຳ, ພ້ອມທັງເປັນການສ້າງເປັນພາບລັກທີ່ດີ, ມີຊື່ສຽງໃຫ້ແກ່ບໍລິສັດ ແລະ ໄດ້ຮັບຄວາມໄວ້ເນື້ອເຊື້ອໃຈ ຈາກລັດຖະບານ ກໍຄື ບັນດານັກທຸລະກິດ ແລະ ສັງຄົມນຳອີກ.
ປັດຈະບັນຕະຫລາດຫລັກຊັບລາວ ມີ 6 ບໍລິສັດເປີດການຊື້-ຂາຍຮຸ້ນ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ບໍລິສັດ ລາວເວີນ ມະຫາຊົນ, ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ແລະ ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ.
ຂ່າວ-ພາບ: ສິງຄຳ
Post a Comment