ຊິລີນ ແທມ ສາວນ້ອຍອາຍຸ 9 ປີກັບພະລັງສຽງສຸດຍອດທີ່ສຸດໃນລາຍການ America's Got Talent 2017 !
ບັນເທິງມື້ນີ້ພາມາຮູ້ຈັກ ແລະ ຟັງນໍ້າພະລັງສຽງຂອງ Celine Tam ໜຶ່ງໃນຜູ້ເຂົ້າແຂ່ງຂັນ America's Got Talent 2017 ທີ່ມາໃນບົດເພງທີ່ຕ້ອງໃຊ້ພະລັງສຽງຢ່າງໜັກກັບເພງ My heart will go on ບົດເພງປະກອບຮູບເງົາເລື່ອງ Titanic ທີ່ໄດ້ໂດ່ງດັງ ແລະ ໄດ້ຮັບຄວາມນິຍົມທີ່ສຸດຕະຫຼອດການ.
ຊິລີນ ຄົ້ນພົບພອນສະຫວັນໃນການຮ້ອງເພງເມື່ອຕອນຂີ່ລົດໄປກັບພໍ່ ໃນຂະນະນັ້ນ ຊິລີນ ກໍຮ້ອງເພງ My heart will go on ແຕ່ພໍພໍ່ໄດ້ຍິນກໍຮູ້ສຶກວ່າສຽງລູກສາວນັ້ນມີພະລັງ ແລະ ມີພອນສະຫວັນ. ສໍາລັບ ຊິລີນ ແລ້ວໜຶ່ງໃນຄວາມຝັນແມ່ນການເຂົ້າຮ່ວມການແຂ່ງຂັນ America's Got Talent ແລະ ກາຍເປັນ Celine Dion ຄົນຕໍ່ໄປໃນອະນາຄົດ ເຊິ່ງຄວາມຝັນຂອງສາວນ້ອງຄົນນີ້ກໍເປັນຈິງດ້ວຍການເຂົ້າຮອບ Simi-Final ເຖິງແມ່ນວ່າຈະບໍ່ໄດ້ເປັນທີ 1 ໃນການ America's Got Talent ປະຈໍາລະດູການ 2017 ກໍຕາມ ແຕ່ນໍ້າສຽງ, ການສະແດງ, ຄວາມໜ້າຮັກ, ຄວາມສາມາດ ແລະ ຄວາມຊົງຈໍາດີໆກ່ຽວກັບ ຊິລີນ ແທມ ຍັງຄົງຢູ່ໃນຄວາມຊົງຈໍາຂອງຜູ້ຊົມຕະຫຼອດ.
ຂໍ້ມູນ: America's Got Talent
___________
Post a Comment