ອັດຕາເຂົ້າຮຽນຂອງເດັກຊັ້ນປະຖົມບັນລຸ 99% ຢູ່ແຂວງຫວງພະບາງ
ວັນທີ 4 ຕຸລາ 2017 ນີ້, ພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ໄດ້ຈັດພິທີຫວນຄືນມູນເຊື້ອ ວັນຄູແຫ່ງຊາດ 7 ຕຸລາຄອບຮອບ 23 ປີ ໂດຍເຂົ້າຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫລວງພະບາງ, ທ່ານ ເອິງ ລໍສະຫວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ.
ທ່ານ ເອິງລໍ ສະຫວັນ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫລວງພະບາງ ໄດ້ເລົ່າຄືນປະຫວັດຄວາມເປັນມາ ແລະ ມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂອງວັນຄູແຫ່ງຊາດ ວັນທີ7 ຕຸລາ ພ້ອມສະແດງຄວາມຮູ້ບຸນຄຸນ ຕໍ່ບັນດາຄູ-ອາຈານ
ທີ່ໄດ້ຖ່າຍທອດວິຊາຄວາມຮູ້ ກ່ອນຈະມີວັນນີ້ກໍຍ້ອນ ມີຄູເປັນຜູ້ສິດສອນ ແລະ ຄູເປັນບຸກຄົນ ທີ່ມີຄວາມສຳຄັນທີສຸດຕໍ່ ການພັດທະນາເສດຖະກິດ-ສັງຄົມ ແລະ ປະເທດຊາດ. ສໍາລັບສະພາບ ການຈັດຕັ້ງປະຕິບັດ ຜົນການຮຽນ-ການສອນ ໃນໄລຍະ 1 ປີຜ່ານມາ ມີອັດຕາເຂົ້າຮຽນຂອງເດັກ 3-5 ປີບັນລຸ 59.33 %, ອັດຕາເຂົ້າຮຽນສຸດທິ ຊັ້ນປະຖົມບັນລຸເກືອບ 99%, ອັດຕາເຂົ້າຮຽນ ຊັ້ນມັດທະຍົມຕອນຕົ້ນ ບັນລຸ 90.70% ແລະ ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນປາຍ ບັນລຸ 50.21% ນອກນີ້ ຍັງສາມາດສ້າງໄດ້ຕຳແໜງ ຄູຊຳນານງານ 1 ຄົນ ແລະ ຕຳແໜງຄູວິຊາການ 14 ຄົນ, ຍິງ 10 ຄົນ, ສົ່ງນັກຮຽນເກັ່ງ ເຂົ້າສອບເສັງລະດັບຊາດຍາດ ໄດ້ທີ 1 ຊັ້ນ ມ7 ວິຊາຄະນິດສາດ ແລະ ເຄມີສາດ, ທີ 3 ຊັ້ນມ4 ວິຊາຟີຊິກສາດ, ໄດ້ສົ່ງນັກຮຽນເຂົ້າຮຽນ ວິຊາຊີບຢູ່ພາຍໃນ ແລະ ຕ່າງປະເທດ, ສຳເລັດການປະກາດ ຈົບຊັ້ນມັດທະຍົມຕອນຕົ້ນບຳລຸງໄດ້ 2 ເມືອງຄື: ເມືອງໂພນໄຊ ແລະ ເມືອງວຽງຄຳ. ພ້ອມນີ້ ຍັງໄດ້ຊຸກຍູ້ສົ່ງເສີມ ຂະບວນການດ້ານກິລາ ແລະ ສິລະປະວັນນະຄະດີ ຂອງແຂວງ ເຊິ່ງໄດ້ເຮັດໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ຂ່າວ: ເພັດສາຄອນ ສິມມະວົງ/ ຂປລ
Post a Comment