ນ້ອງຟ້າໃສ ແລະ ທີມງານເດີນທາງກັບ ສປປ ລາວ
ຂ່າວບັນເທິງກັບ tonamchanews.com ຂໍອັບເດດການເດິນທາງນ້ອງ ຟ້າໃສ ຜູ້ເຊິ່ງປຸກກະແສນາງງາມ ແລະ ສະຕິຊາດໃນງານປະກວດ ມິສແກຣນ ອີນເຕເນຊັນນອລ ທີ່ ສສ ຫວຽດນາມ ດ້ວຍກະແສ “Like & Share” ຜ່ານສື່ອອນລາຍນັບລ້ານຄັ້ງ ພ້ອມດຽວສ້າງປະກົດການ “ເຊຍລາວ” ທີ່ເຊື່ອມຄົນລາວໃຫ້ຮ່ວມກັນເປັນຈິດໜຶ່ງໃຈດຽວໃນການເຊຍໂຕແທນຄົນລາວໃນເວທີປະກວດລະດັບໂລກ ເຊິ່ງສະທ້ອນໃຫ້ຊາວໂລກເຫັນຄວາມສາມັກຄຂອງຄົນລາວທັງຊາດ ເຖິງວ່າປະເທດເຮົາຈະນ້ອຍ, ພົນລະເມືອງຈະນ້ອຍ, ຄົນລາວຈະໂຕນ້ອຍ ແຕ່ການທີ່ພວກເຮົາສາມັກຄີຊ່ວຍກັນ “Like & Share” ກໍເປັນບາດກ້າວແຫ່ງຄວາມສໍາເລັດແລ້ວຂັ້ນໜຶ່ງ ( ຄໍາເວົ້າຂອງ ຈິນນາລີ ນໍລະສິງ ).
ຟ້າໃສ ກໍາລັງເດີນຈາກເກາະຟູກວັກ (Phu Quoc) ຮອດສະໜານບິນທີ່ໂຮຈີມິນ (Ho Chi Minh City Airpost) ແລະ ກໍາລັງກຽມຂື້ນເຮືອບິນມຸ້ງໜ້າສູ່ ສປປ ລາວ.
ຂໍ້ມູນ: Chinnaly Fasai
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment