ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ຕ້ອນຮັບ ທູດເຢຍລະມັນຄົນໃໝ່
ໃນວັນທີ 27 ຕຸລາ 2017 ທີ່ກະຊວງແຜນການ ແລະ ການລົງທືນ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທືນ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຢັນ ເປເຕີ ລຸດເຄນເຮິມ (Jens Peter lutkenherm) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຄົນໃໝ່ ປະຈໍາ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ສຸພັນ ແກ້ວມີໄຊ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນຄົນໃໝ່ ປະຈໍາ ສປປ ລາວ, ພ້ອມສະແດງ ຄວາມເຊື່ອໝັ້ນວ່າ ທ່ານທູດຈະສືບຕໍ່ເສີມສ້າງ ແລະ ເພີ່ມທະວີ ການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ເຢຍລະມັນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ສປປ ລາວ ຂອງລັດຖະບານ ແຫ່ງ ສາທາລະນະລັດ ສະຫະ ພັນເຢຍລະມັນ, ຊຶ່ງເປັນການ ປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງສາພັດທະນາດ້ານຕ່າງໆ ຕາມແຜນພັດທະນາ ເສດຖະກິດ-ສັງຄົມ ຂອງສປປ ລາວ ເປັນຕົ້ນ ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາເສດຖະກິດ ແບບຍືນຍົງ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການສົ່ງເສີມທຸລະກິດພາກເອກະຊົນ, ຊຶ່ງມາເຖິງປັດຈຸບັນ ເຢຍລະມັນ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ລວມມູນຄ່າ 377 ກວ່າລ້ານເອີໂຣ, ໃນນັ້ນ ສົກປີ 2016-2017 ມີມູນຄ່າ 45,8 ລ້ານເອີໂຣ.
ໃນຕອນທ້າຍ ທ່ານລັດຖະມົນຕີ ຍັງສະເໜີໃຫ້ທ່ານທູດ ຊ່ວຍຊຸກຍູ້ນັກລົງທືນ ແລະ ເຊີນຊວນນັກທ່ອງທ່ຽວເຢຍລະມັນ ໃຫ້ມາທ່ຽວລາວ ແລະ ລົງທືນຢູ່ລາວ ໃຫ້ຫລາຍຂຶ້ນ ເພື່ອນໍາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ລາວ-ເຢຍລະມັນ.
ໃນໂອກາດດຽວກັນ, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງຕໍ່ ທ່ານລັດຖະມົນຕີ ທີ່ໄດ້ສະຫລະເວລາ ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະທີ່ ປະຕິບັດໜ້າທີ່ການທູດຢູ່ລາວ ຈະພະຍາຍາມສືບຕໍ່ເສີມສ້າງ ແລະ ເພີ່ມທະວີ ການພົວພັນຮ່ວມມື ລະຫວ່າງ ສອງປະເທດລາວ-ເຢຍລະມັນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆຂຶ້ນ.
ພາບ ແລະ ຂ່າວ: ວິໄລສັກ ພາບ : ສິດ/ ຂປລ
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment