ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່ວມ ແລະ ກອງປະຊຸມທີ່ກ່ຽວຂ້ອງ
ໃນລະຫວ່າງວັນທີ 11 ຫາ 13 ຕຸລາ 2017, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting), ກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting),ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ASEAN Plus Three Preparatory Senior Officials’ Meeteing) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (East Asia Summit PreparatorySenior Officials’ Meeteing) ທີ່ ນະຄອນຫຼວງ ມະນິລາ, ຟີລິບປິນ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຊຶ່ງໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2017 ໄດ້ປຶກສາຫາລືກ່ຽວກັບ ຄວາມພະຍາຍາມໃນການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ກໍຄື ການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ການຈັດຕັ້ງປະຕິບັດຂໍ້ສະເໜີແນະ ເພືອສ້າງຄວາມເຂັ້ມແຂງໃຫ້ແກ່ກອງເລຂາອາຊຽນ, ການສົ່ງເສີມການ ພົວພັນ ແລະ ຮ່ວມມືກັບພາຍນອກ ຄຽງຄູ່ກັບການສົ່ງເສີມບົດບາດຄວາມເປັນແກນກາງ ແລະ ຄວາມເປັນເອກະພາບຂອງອາຊຽນ.
ກອງປະຊຸມປຶກສາຫາລືຮ່ວມ ຊຶ່ງໄດ້ຈັດຂຶ້ນໃນວັນທີ 12 ຕຸລາ 2017 ແລະ ມີບັນດາຫົວໜ້າເຈົ້າຫນ້າທີ່ອາວຸໂສຮັບຜິດຊອບເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແລະ ເສົາຄໍ້າປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຂອງປະເທດສະມາຊິກອາຊຽນເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 31 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຊຶ່ງຈະຈັດຂຶ້ນໃນວັນທີ 12-14 ພະຈິກ 2017 ທີ່ຟີລິບປິນ, ໃນນີ້ກອງປະຊຸມໄດ້ຜ່ານແຜນການເຄື່ອນໄຫວ ແລະ ວາລະກອງປະຊຸມລວມທັງບັນດາເອກະສານທີ່ຈະຮັບຮອງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ກອງປະຊຸມຍັງໄດ້ຮັບຟັງລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ປຶກສາຫາລືກ່ຽວກັບການປັບປຸງພາລະບົດບາດຂອງກອງປະຊຸມປຶກສາຫາລືຮ່ວມນີ້ ໃຫ້ມີປະສິດທິພາບຍິ່ງຂຶ້ນ. ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ສຸມໃສ່ການປຶກສາຫາລື ກ່ຽວກັບກິດຈະກໍາໃນ 3 ແຜນແມ່ບົດປະຊາຄົມອາຊຽນ 2025 ທີ່ມີລັກສະນະກວມລວມຫລາຍເສົາຄໍ້າ ແນໃສ່ຊອກຫາຂະ ແຫນງການທີ່ເປັນເຈົ້າການໃນການຈັດຕັ້ງປະຕິບັດ ທັງລະດັບພາກພື້ນ ແລະ ລະດັບຊາດ ເພື່ອໃຫ້ກິດຈະກໍາດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກໃນວັນທີ 13 ຕຸລາ 2017 ໄດ້ປຶກສາຫາລື ເພື່ອກະກຽມທາງດ້ານເນື້ອໃນ, ພະລາທິການແລະອື່ນໆໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 20 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 12, ຊຶ່ງຈະຈັດຂຶ້ນໃນວັນທີ 13-14 ພະຈິກ 2017 ຢູ່ຟີລິບປິນ, ໂດຍສະເພາະແມ່ນໄດ້ປຶກສາຫາລື ກ່ຽວກັບບັນດາເອກະສານຜົນຂອງກອງປະຊຸມຕ່າງໆທີ່ຈະນຳສະເໜີໃຫ້ຜູ້ນຳພິຈາລະນາຮັບຮອງເອົາຢູ່ສອງກອງປະຊຸມສຸດຍອດດັ່ງກ່າວ.
ຂໍ້ມູນ: ກະຊວງການຕ່າງປະເທດ
Post a Comment