ປະມວນພາບ ແລະ ສົ່ງກໍາລັງໃຈເຊຍສາວ ຕົ້ນຄຳ ພົນຈັນເຮືອງ ໃນການປະກວດ Miss World 2017 ທີ່ຊັນຢ່າ ສປ ຈີນ
ມຶ້ນີ້ tonamchanews.com ຂໍປະມວນພາບ Miss World Laos 2017 ແລະ ເປັນກໍາລັງໃຈໃຫ້ສາວຕົ້ນຄຳ ພົນຈັນເຮືອງ ( Tonkham Phonchanheuang ) ໃນການປະກວດ Miss World 2017 ທີ່ຊັນຢ່າ ສປ ຈີນ. ຕົ້ນຄຳ ຫຼຶ ເຈນນີ່ ຈາກດອກຫຍ້າທໍາມະດາກາຍເປັນນາງຟ້າຕາມຄວາມຝັນ ທີ່ທຸກບາດກ້າວຍ່າງຂອງສາວ ຕົ້ນຄຳ ບໍ່ໄດ້ໂຫຍດ້ວຍກີດກຸຫຼາບ ແຕ່ຫາກສາວ ຕົ້ນຄຳ ຕ້ອງໃຊ້ຄວາມພະຍາຍາມ, ຕ້ອງຕໍ່ສູ້, ຕ້ອງອົດທົນ, ຕ້ອງດິ້ນລົນ, ຕ້ອງສະແຫວງຫາ, ຕ້ອງມີເປົ້າໝາຍ ແລະ ຕ້ອງມຸ້ງໝັ້ນ ຈົນເຮັດໃຫ້ມີວັນນີ້ ແຕ່ສິ່ງທີ່ເຮັດໃຫ້ກອງເຊຍ ແລະ ຊາວເນັດແທຄະແນນໃຫ້ສາວ ຕົ້ນຄຳເກີນຮ້ອຍ ແມ່ນຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ໃຫ້ກໍາເນີດ ແລະ ເປັນນາງງານທີ່ຕິດດິນທີ່ໃຊ້ຊີວິດທໍາມະດາແມ້ແຕ່ລົດທີ່ຂັບກໍ່ຍັງສ້າງມາຈາກຍາດເຫື່ອແຮງງານຕົນ ດ້ວຍວາລີທີ່ກິນໃຈທີ່ສຸດ “ເຖິງມັນບໍ່ຫຼູຫຼາ ແຕ່ມັນກໍ່ມີຄຸນຄ່າ” ເຊິ່ງອ່ານແລ້ວປະທັບໃຈທີ່ສຸດສໍາລັບຍຸກນີ້ ຍຸກທີ່ຄົນໜຸ່ມສາວມັກແລ່ນນໍາວັດຖຸ ຈົນລືມວັດຈິດໃຈ ແຕ່ສາວເຈນນີ່ ກໍພິສູດແລ້ວວ່າຄວາມສຸກທີ່ແທ້ຈິງຢູ່ໃສ ຕ້ອງບອກວ່າສົມກັບຊື່ “ຕົ້ນຄຳ” ອີຫຼີ.
ຂໍ້ມູນ/ພາບ: Tonkham Phonchanheuang
___________
Post a Comment