ງານວິວາຂອງ “ຟຸກ ຈີຣະ ແລະ ແອັບເປິ້ນ ສີສະຫງຽນ ” ເກືອບບໍ່ເກີດຢູ່ລາວໃນຄໍ່າຄືນວັນທີ 08/11/2017
ມື້ນີ້ສາວແອັບເປິ້ນ ສີສະຫງຽນ ພ້ອມດ້ວຍໜຸ່ມຟຸກ ຈີຣະ ອອກມາໂພສຂໍ້ຄວາມ ແລະ ຖະແຫຼງຊີ້ແຈ້ງກ່ຽວກັບການກະກຽມງານແຕ່ງໃນທັງສອງຢູ່ທີ່ລາວ ທີ່ໂຮງແຮມດອນຈັນເຊິ່ງເປັນການຕົກລົງ ແລະ ກະກຽມຕັ້ງ 6 ເດືອນ ແຕ່ການກະກຽມງານແຕ່ງກັບບໍ່ເປັນໄປຕາມທີ່ຕົກລົງກັນໄວ້ ຫຼື ສິ່ງທີ່ໄດ້ນໍາສະເໜີໄປກ່ອນໜ້ານີ້ກັບແອັບເປິ້ນ ແລະ ຟຸກ ຈົນເກືອບເຮັດໃຫ້ງານຂອງທັງສອງເກືອບບໍ່ເກີດ. ສໍາລັບລາຍລະອຽດການຖະແຫຼງ ແລະ ຄວາມຈິງທີ່ເກີດຂື້ນເບິ່ງຕາມຄລິບລຸ່ມນີ້.
ສຸດທ້າຍ, ທີມງານ tonamchanews.com ຂໍເອົາໃຈຊ່ວຍ, ເຫັນໃຈ ແລະ ເຂົ້າໃຈ ເຊິ່ງເລື່ອງແບບນີ້ບໍ່ໃຜຢາກໃຫ້ເກີດກັບງານວິວາຂອງຕົນເອງ ເຊິ່ງງານວິວາເປັນງານຄັ້ງດຽວ ແລະ ຄັ້ງໜຶ່ງຂອງຊີວິດທີ່ຕັ້ງໃຈ ແຕ່ງານກັບອອກມາບໍ່ເປັນໄປຕາມຄວາມຝັນ,ເງິນທີ່ຕ້ອງຈ່າຍ ແລະ ຄວາມຮູ້ສຶກດີໆທີ່ຕ້ອງສູນເສຍ.
ຂໍ້ມູນ:Appleminiberry
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment