ສຸພາພອນ ສົມວິຈິດ ມິສຢູນິເວີສລາວຕິດ 1 ໃນ 5 ຂັວນໃຈປະຊາຊົນຈາກຜົນການໂຫວດ
ສຸພາພອນ ສົມວິຈິດ ຍັງຄົງຮອດແຮງເມື່ອສາມາດຕິດໜຶ່ງໃນ 5 ຈາກຜົນການໂຫວດຂັວນໃຈປະຊາຊົນໃນເວທີການປະກວດນາງງາມຈັກກະວານ 2017 (Miss Universe 2017) ສໍາລັບວັນທີ 19 ພະຈິກ ໂດຍອັນດັບ 1 ເປັນຂອງປະເທດຟີລິບປິນ ດ້ວຍຄະແນນໂຫວດ 1,201,970 ຄະແນນ, ອັນດັບ 2 ແມ່ນປະເທດກໍາປູເຈຍ ດ້ວຍຄະແນນໂຫວດ 125,940 ຄະແນນ, ອັນດັບ 3 ແມ່ນປະເທດໄທ ດ້ວຍຄະແນນໂຫວດ 119,555 ຄະແນນ, ອັນດັບ 4 ແມ່ນປະເທດຫວຽດນາມ ດ້ວຍຄະແນນໂຫວດ 101,585 ຄະແນນ ແລະ ອັນດັບ 5 ແມ່ນສປປ ລາວ ດ້ວຍຄະແນນໂຫວດ 768,770 ຄະແນນ.
ທ່ານຍັງສາມາດໂຫວດໃຫ້ ສຸພາພອນ ສົມວິຈິດ ມິສຢູນິເວີສລາວ ດ້ວຍການກົດ LIKE ແລະ SHARE ເຊິ່ງການກົດ LIKE =2 ຄະແນນ ແລະ ການ SHARE= 5 ຄະແນນ.
ສໍາລັບຊຸດປະຈໍາຊາດ (Best National Custome) ໂຕແທນສາວລາວແມ່ນບໍ່ຕິດ 1 ໃນ 16 ຄົນ ໂດຍອັນດັບ 1 ເປັນຂອງໂດຍອັນດັບ 1 ຕົກເປັນຂອງປະເທດໄທ, ອັນດັບ 2 ແມ່ນປະເທດຢີປຸ່ນ ແລະ ອັນດັບ 3 ແມ່ນປະເທດ ກົວເຕເມລາ ແລະ ປະເທດຕ່າງໆຕາມລໍາດັບລຸ່ມນີ້.
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment