ກະແສດຣາມ່າ! ຊຸດປະຈຳຊາດ ແລະ ຊຸດຣາຕີ ຂອງມິສຢູນິເວີສລາວທີ່ຈະໃຊ້ປະກວດໃນ Miss Universe 2107 ທີ່ ສ. ອາເມລິກາ
ພາຍຫຼັງທີ່ທີ່ທາງກອງປະກວດມິສຢູນິເວີສລາວໂພສຮູບຊຸດປະຈຳຊາດລາວ ແລະ ຊຸດຣາຕີທີ່ຈະໃຊ້ໃນກອງປະກວດ ມິສຢູນິເວີສ ( Miss Universe 2017) ທີ່ ສະຫະລັດ ອາເມລິກາ ເຊິ່ງຜູ້ໃຊ້ເຟສບຸກ (ສື່ສັງຄົມອອນລາຍ) ກໍອອມາສະແດງຄວາມຄິດເຫັນ ແລະ ມີສຽງວິພາກວິຈານ ວ່າບໍ່ງານ, ບໍ່ໂດດເດັ່ນ, ສີຈືດ, ແນວຄິດການອອກແບບເຮັດໃຫ້ມິສຢູນິເວີສ ບໍ່ໂດດເດັ່ນ ແລະ ຫຼາກຫຼາຍຄວາມຄິດ ຈົນເອົາໄປປຽບທຽບກັບຊຸດປະຈໍາຊາດຂອງມິດແກຣນ ອິນເຕີເນຊັນນອລ (Mis Grand Internation) ແລະ ມິສຢູນິເວີສ (Miss Universe) ຈົນເຮັດໃຫ້ທາງຄະນະກອງປະກວດອອກມາອະທິບາຍ ແລະ ຊີແຈງ
“ ໃນຖານະເຈົ້າຂອງໂຄງການ, ພວກເຮົາຮັບຮູ້ວ່າເປັນການຍາກ ທີ່ຈະອອກແບບມາໃຫ້ຖືກໃຈທຸກທ່ານທາງພາກລັດ, ສັງຄົມ, ຜູ້ອຸປະຖຳ ແລະ ອື່ນໆ. ອາດຈະບໍ່ຖືກໃຈທ່ານຫມົດຕາມທີ່ທ່ານມັກ ແລະ ຕ້ອງການ. ເຖິງຢ່າງໃດພວກເຮົາກໍ່ຂໍຂອບໃຈໃນຄຳເຫັນທີ່ຫລາກຫລາຍ ແລະ ຈະເອົາຄວາມຄິດເຫັນຂອງທ່ານເພື່ອໄປປັບປຸງໃນໂອກາດຫນ້າ. ຫວັງຢ່າງຍິ່ງວ່າ ບັນດາທ່ານຈະໃຫ້ຄຳເຫັນໃນທາງສ້າງສັນ ແລະ ດ້ວຍຄວາມມີມາລະຍາດອັນດີຂອງຄົນລາວ. ຊຸດລາວຂອງ Miss Universe Laos 2017 ໂດຍໄດ້ຮັບແຮງບັນດານໃຈມາຈາກຊຸດລາວຫລວງພະບາງ ແລະ ໄດ້ດັດແປງປະຍຸກເພື່ອໃຫ້ມີເອກະລັກສະເພາະ, ແປກຕາ ແລະ ໂດດເດັ່ນໃນເວທີການປະກວດ”
ຊຸດປະຈຳຊາດແມ່ນໄດ້ຮັບການສະໜັບສະໜູນຈາກພາກສ່ວນ ນໍ້າເພັດ ຂາຍສົ່ງ-ຍ່ອຍ ປັກດິ້ງ ຫລວງພະບາງ ໂດຍການອອກແບບປະຍຸກຊຸດຂອງ The Winner Academy.
ໃນນາມທີມງານ tonamchanews.com (ຂ່າວບັນເທິງ) ຂໍເປັນອີກໜຶ່ງກໍາລັງໃຫ້ຜູ້ທີ່ມີສ່ວນກ່ຽວຂ້ອງໃນການປະກວດ, ມີສ່ວນຟັກດັນແມ່ຍິງລາວກ້າວສູ່ເວທີສາກົນ, ຜູ້ບຸກເບີກ ແລະ ທຸກພາກສ່ວນທີ່ຢູ່ເບື້ອງຫຼັງ ພິເສດແມ່ນ ສຸພາພອນ ສົມວິຈິດ (ນຸ້ຍ) ທີ່ຕ້ອງຮັບບົດໜັກ ແລະ ໃຈແຝ່ວກ່ອນອອກເດິນທາງສູ້ເສິກທີ່ລັສເວກັສ ສ. ອາເມລິກາ ກັບສາວງານອີກຫຼາຍປະເທດ.
ທີມງານຂໍເປັນກໍາລັງໃຈ ແລະ ຂໍອວຍພອນໃຫ້ ສຸພາພອນ ສົມວິຈິດ (ນຸ້ຍ) ພ້ອມດ້ວຍຄະນະກອງປະກວດຈົ່ງປະສົບຄວາມສໍາເລັດໃນການປະກວດຄັ້ງນີ້ ພ້ອມກັບນໍາລາງວັນແຫ່ງຄວາມພາກພູມໃຈມາສູ່ຄົນລາວ ແລະ ປະເທດລາວ ເພາະນີ້ເປັນຄັ້ງທໍາອິດຂອງ ສປປ ລາວ, ເປັນຄັ້ງທໍາອິດຂອງໂຕແທນແມ່ຍິງລາວສູ່ເວທີມິສຢູນິເວີສ ແລະ ຕົວແທນລາວຄົນລາວຄົນທໍາອິດໄປຮ່ວມກອງປະກວດເວທີມິສຢູນິເວີສລະດັບສາກົນ ແລະ ເຊື່ອວ່າ ສຸພາພອນ ສົມວິຈິດ (ນຸ້ຍ) ຄວາມຮູ້, ບົດຮຽນ ແລະ ປະສົບການທີ່ຈະປູ່ພື້ນຖານໃຫ້ກັບໂຕແທນແມ່ຍິງລາວລຸ້ນຕໍ່ໄປທີ່ຈະໄປປະກວດ ເຊິ່ງສິ່ງເຫຼົ່ານີ້ຄຸນຄ່າ ແລະ ເປັນໄຊຊະນະຕັ້ງແຕ່ບໍ່ທັນຂື້ນເວທີປະກວດ.
ສໍາລັບແຟນຄລັບ ນຸ້ຍ ທີ່ຕ້ອງການໄປສົ່ງ ສາມາດໄປສົ່ງໃນວັນທີ11/11/2017 (ມື້ອື່ນ) ທີ່ສະຫນາມບິນສາກົນວັດໄຕ ເວລາ 20:00 ນາທີ ເພື່ອເປັນກໍາລັງໃຈ ແລະ ຮ່ວມພະລັງສົ່ງມິສຢູນິເວີສລາວສູ່ເສິກໃນເວທີປະກວດ ມິສຢູນິເວີສ (Miss Universe).
ຂໍ້ມູນ: Miss Universe Laos/Nui Soupphaphone Somvichit
___________
Post a Comment