ຂ່າວຮືຮາທີ່ສຸດ !!! ຜູ້ຊາຍທີ່ແຕ່ງງານກັບຜູ້ຍິງໄອແລນ ລັດຖະບານແຖມເງິນໃຫ້ 500 ໂດລາຕໍ່ເດືອນ
ສໍານັກຂ່າວຕ່າງປະເທດລາຍງານ ໂດຍອ້າງແຫຼ່ງຂ່າວຕົ້ນສະບັບມາຈາກເວບໄຊ The Spirit Whispers, Snopes ແລະ icelandmonitor ເລື່ອງປະເທດໄອແລນ (Iceland) ກໍາລັງປະເຊີນບັນຫາເລື່ອງປະຊາກອນ ເນື່ອງຈາກສັດສ່ວນປະຊາກອນຍິງມີຫຼາຍກວ່າປະຊາກອນຊາຍ ແລະ ຜູ້ຊາຍຈໍານວນໜຶ່ງດັນບໍ່ມັກແຕ່ງງານກັນຄົນຊາດດຽວກັນ ສົ່ງຜົນໃຫ້ລັດຖະບານໄອແລນ ເກີດແນວຄວາມຄິດໃນການແກ້ໄຂບັນຫານີ້ຂື້ນມາໂດຍມີນະໂຍບາຍໃຫ້ສິດກັບຊາຍທີ່ບໍ່ຖືສັນຊາດໄອແລນ(ຕ່າງດ້າວ) ສາມາດແຕ່ງງານກັບຜູ້ຍິງຊາວໄອແລນໄກ້ ແຖມລັດຖະບານໄອແລນຍັງຈະຈ່າຍເງິນໃຫ້ 500 ໂດລາຕໍ່ເດືອນ ຫຼື ປະມານ 4,100,000 ກີບໃຫ້ກັບຊາຍທີ່ແຕ່ງງານກັບສາວໄອແລນ.
ພາຍຫຼັງທີ່ມີຂ່າວນີ້ອອກໄປກະຊວງການຕ່າງປະເທດຂອງໄອແລນ (The Icelandic Ministry of Foreign Affairs ) ຕ້ອງເຈັບຫົວຢ່າງໜັກເມື່ອມີຊາຍໜຸ່ມຕ່າງຊາດຫຼາຍຄົນຢື່ນໃບສະໝັກເຂົ້າຂໍຮັບສິດນີ້ ເຮັດໃຫ້ສະຖານທູດ (The Danish embassy) ຢູ່ປະເທດອີຢີບ (ລາຍງານໂດຍເວບໄຊ icelandreview.com ) ອອກມາປະຕິເສດຂ່າວນີ້ ວ່າບໍ່ແມ່ນຄວາມຈິງ ແລະ ລັດຖະບານໄອແລນບໍ່ມີນະໂຍບາຍລັກສະນະແບບນີ້.
ມາເບິ່ງນໍາກັນວ່າສາວໄອແລນ ຈະມີຄວາມງົດງາມ, ສະເໜ່ ແລະ ໜ້າຮັກຊໍາໃດ ທີມງານ tonamchanews.com ເລີຍຂໍປະມວນພາບມາໃຫ້ເບິ່ງບລຸ່ມນີ້.
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment