ຄລິບວິດີໂອແນະນຳໂຕຂອງ “ນຸ້ຍ ສຸພາພອນ ສົມວິຈິດ” ໃນເວທີການປະກວດມິສຢູນິເວີສ 2017
ຂ່າວບັນເທິງມື້ນີ້ພາມາສ່ອງຄລິບວິດີໂອແນະນຳໂຕຂອງ “ນຸ້ຍ ສຸພາພອນ ສົມວິຈິດ” ສາວລາວຄົນທຳອິດໃນເວທີການປະກວດລະດັບໂລກກັບເວທີປະກວດນາງງານຈັກກະວານ (Miss Universe 2017) ເຊິ່ງໄດ້ຈັດນຂື້ນເປັນປີທີ 66 ທີ່ ລັສ ເວກັສ ປະເທດສະຫະລັດ ອາເມຣິກາ.
ໃນບົດແນະນໍາໂຕ ນຸ້ຍ ສຸພາພອນ ສົມວິຈິດ ບໍ່ມີຄວາມກົດດັນແຕ່ມີແຮງຟັກດັນຫຼາຍກວ່າທີ່ມາຢືນຢູ່ບ່ອນນີ້, ຮູ້ສຶກດີໃຈ, ພາກພູມໃຈທີ່ໄດ້ມາຢືນຢູ່ຈຸດນີ້ , ດີໃຈຫຼາຍທີ່ໄດ້ເປັນຕົວແທນຂອງປະເທດລາວ ແລະ ເປັນຄັ້ງທໍາອິດໃນປະຫວັດສາດລາວໄດ້ເຂົ້າຮ່ວມເຂົ້າຮ່ວມມິດຢູນິເວີສ
ໃນຕອນທ້າຍ ນຸ້ຍ ສຸພາພອນ ສົມວິຈິດ ຍັງໄດ້ເປີດເຜີຍກີລາທີ່ມັກນັ້ນຄື ເທຄັວນໂດ້ ເຊິ່ງໄດ້ເລິ່ມຫຼິ້ນມາແລ້ວ 12 ປີ ໂດຍຫຼິ້ນກັນທັງຄອບຄົວບໍ່ວ່າຈະເປັນອ້າຍ ເອື້ອຍ ນ້ອງ ແລະ ຍັງເຄີຍເຂົ້າຮ່ວມແຂ່ງຂັນຫຼາຍລາຍການລວມທັງລາຍການລະດັບຊາດນໍາອີກ.
ສໍາລັບຜົນໂຫວຂັວນໃນປະຊາຊົນ ນຸ້ຍ ສຸພາພອນ ສົມວິຈິດ ຍັງຄົງຮັກສາຕໍາແໜ່ງທີ່ອັນດັບ 5 ໃນວັນທີ 21 ພະຈິກ 2017 ດ້ວຍຄະແນນໂຫວດ 81,455 ຄະແນນ ສ່ວນອັນດັບ 1 ເປັນຂອງປະເທດຟີລິບປິນ (1,463,835 ຄະແນນ), ອັນດັບ 2 ເປັນຂອງປະເທດໄທ (161,170 ຄະແນນ) , ອັນດັບ 3 ເປັນຂອງປະເທດກໍາປູເຈຍ (144,965 ຄະແນນ) ແລະ ອັນດັບ 4 ເປັນຂອງຫວຽດນາມ (102,275 ຄະແນນ).
ສໍາລັບການປະກວດຮອບສຸດທ້າຍແມ່ນຈະຈັດຂື້ນໃນວັນທີ 26 ພະຈິກ 2017 (ເວລາທີ່ ສ. ອາເມລິກາ) ຢ່າລືມຕິດຕາມສົ່ງແຮງເຊຍແຮງໃຈ ແລະ ຊ່ວຍໂຫວດໃນທຸກກິດຈະກຳທີ່ທາງການປະກວດ ເຊິ່ງຮອບຂັວນໃຈປະຊາຊົນຍັງຄົງເປີດໂຫວດຕໍ່ເນື່ອງ.
ຂໍ້ມູນ: Miss Universe Predictions & Nui Soupphaphone Somvichit
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment