ແຂວງໄຊຍະບູລີຈະສ້າງລາຍຮັບໃຫ້ໄດ້7ລ້ານໂດລາສະຫະລັດຈາກການທ່ອງທ່ຽວ2018-2025
ຈາກການເອົາໃຈໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ໄດ້ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວແຂວງໄຊຍະບູລີ ນັບມື້ນັບຫຼາຍຂື້ນ. ໃນປີ 2000 ມີນັກທ່ອງທ່ຽວເຂົ້າມາແຂວງໄຊຍະບູລີ 7.446 ຄົນ ມີລາຍຮັບ 223.380 ໂດລາສະຫະລັດ, ໃນປີ 2015 ມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ຜ່ານແຂວງໄຊຍະບູລີ ຈໍານວນ 99.928 ຄົນ ແລະ ເພີ່ມຂື້ນເປັນອັນດັບໃນແຕ່ລະປີ; ເຖິງປີ 2016 ມີນັກທ່ອງທ່ຽວເຂົ້າມາທ່ຽວ ແລະ ຜ່ານແຂວງໄຊຍະບູລີ 97.736 ຄົນ.
ໃນທົ່ວແຂວງມີໜັກແຫຼ່ງທ່ອງທ່ຽວທັງໝົດ 47 ແຫ່ງ ໄດ້ຜ່ານການສໍາຫຼວດຂໍ້ມູນເບື້ອງຕົນ ຄື: ແຫຼ່ງທ່ອງທ່ຽວທໍາມະຊາດ 29 ແຫ່ງ, ວັດທະນນະທໍາ 12 ແຫ່ງ ແລະ ໄດ້ເປີດບໍລິການແລ້ວ 7 ແຫ່ງ. ແຂວງໄຊຍະບູລີ ໄດ້ນະໂຍບາຍເປີດກ້ວາງສົ່ງເສີມການລົງທຶນຂອງເອກະຊົນ ພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ - ລັດຖະບານ ເຊິ່ງຜ່ານມາໄດ້ມີການລົງທຶນຂອງບັນດາຫົວໜ່ວຍທຸລະກິດເອກະຊົນ ເຂົ້າໃນວຽກງານທ່ອງທ່ຽວມີມູນຄ່າທັງໝົດ 155 ຕື້ກວ່າກີບ ໃນນີ້ມີບໍລິສັດທ່ອງທ່ຽວ 7 ບໍລິສັດ, ໂຮງແຮມ 7 ແຫ່ງ, ເຮືອນພັກ 167 ແຫ່ງ, ເຮືອນລິສອດ 7 ແຫ່ງ, ຮ້ານອາຫານ 57 ແຫ່ງ, ຮ້ານບັນເທິງ 19 ແຫ່ງ ແລະ ຮ້ານກິນດື່ມ 36 ແຫ່ງ. ຮອດປີ 2025 ແຂວງໄຊຍະບູລີ ຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວແຂວງໄຊຍະບູລີ ຫຼາຍກວ່າ 200.000 ຄົນ, ສ້າງລາຍຮັບເປັນເງິນຕາໃຫ້ໄດ້ 7 ລ້ານໂດລາສະຫະລັດ ແລະ ມີອັດຕາການພັກແຮມສະເລ່ຍ 4 ວັນຂື້ນໄປ, ຕັ້ງໜ້າຄຸ້ມຄອງຫົວໜ່ວຍທຸກລະກິດບໍລິການດ້ານການທ່ອງທ່ຽວ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝ!ຍ, ສູ້ຊົນໃຫ້ມີເອກະສານ ແລະ ສິ່ງພິມໂຄສະນາກ່ຽວກັບການທ່ຽວທ່ຽວແຂວງໄຊຍະບູລີ ແຜນທີ່ການທ່ອງທ່ຽວ, ແຜ່ນພັບ, ປື້ມຄູ່ມື, ປົດສະເຕີ CD, DVD, TV Sport, ສາລະຄະດີ ແລະ ອື່ນໆ ໃຫ້ຄົບຖ້ວນ ແລະ ພຽງພໍກັບຄວາມຮຽກຮ້ອງຕ້ອງການ ທັງສາມາດລົງໂຄສະນາໃນສື່ຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ.
ຂໍ້ມູນ:ມີເດຍລາວ
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment