ສ່ອງການເຄື່ອນໄຫຼວລ່າສຸດຂອງ “ຕົ້ນຄຳ ພົນຈັນເຮືອງ” ໂຕແທນສາວລາວໄປປະກວດໃນເວທີ Miss World 2017 ທີ່ ສປ ຈີນ ພ້ອມກັບຂໍສຽງໂຫວດຈາກຄົນລາວທຸກຄົນ
ການປະກວດ Miss World 2017 ເປັນອີກໜຶ່ງເວທີປະກວດລະດັບສາກົນທີ່ມີສາວລາວເຂົ້າຮ່ວມການປະກວດ ໂດຍ ຕົ້ນຄຳ ພົນຈັນເຮືອງ ແມ່ນໜຶ່ງດຽວທີ່ໂຕແທນສາວລາວຮ່ວມການປະກວດ ເຊິ່ງເຫຼືອພຽງ 1 ມື້ເທົ່ານັ້ນກໍຈະເປັນມື້ປະກວດຮອບຕັດສິນ Miss World 2017 ໃນວັນທີ 18 ພະຈິກ 2017 ທີ່ ປະເທດຈີນ
ຕົ້ນຄຳ ພົນຈັນເຮືອງ ເລືອກຊຸດປະຈຳຊາດໃສ່ໃນຮອບ Dance of the world ເປັນຊຸດ “ເມືອງຫຼວງພະບາງ” ຈາກຮ້ານພູນສຸກເວດດິ້ງຫຼວງພະບາງ ໂດຍເນັ້ນທີ່ຄວາມລຽບງ່າຍ, ເປັນເອກະລັກ ແລະ ສະເໜ່ຄວາມເປັນລາວ. ສໍາລັບການເຄື່ອນໄຫຼວລ່າສຸດຂອງກອງປະກວດແມ່ນໄດ້ເປີດໃຫ້ແຟນຄລັບຂອງສາວງາມແຕ່ລະປະເທດຮ່ວມໂຫວດໃຫ້ນາງງາມຂອງປະເທດຕົນເອງ ໂດຍມີເງື່ອນໄຂດັ່ງລຸ່ມນີ້ ແລະ ຕົ້ນຄຳ ພົນຈັນເຮືອງ ກໍໄດ້ໂພສຂໍ້ຄວາມຜ່ານເຟສບຸ໊ກຂອງແຮງໃຈ, ແຮງເຊຍ ແລະ ສຽງໂຫວດຈາກຄົນລາວທຸກຄົນ ເພື່ອໃຫ້ຊ່ວຍ ຕົ້ນຄຳ ພົນຈັນເຮືອງ Miss World Laos ສາມາດຜ່ານເຂົ້າຮອບ 40 ຄົນສຸດທ້າຍແບບອັດຕະໂນມັດໄດ້.
ຂັ້ນຕອນການໂຫວດ:
ຄລິກເຂົ້າໄປທີ່ເຟສບຸກເພຈ ຫຼື ເວັບໄຊຂອງກອງປະກວດ Miss world-www.missworld.com ເຂົ້າໄປກົດໂຫວດຄລິກເລີຍ: http://www.missworld.com/#/vote ເຂົ້າໄປສະແດງຄວາມຄິດເຫັນກ້ອງ VDO ວ່າ Laos ແລ້ວ ກົດ ແຊຣ VDO ຄລິກເລີຍ: https://m.facebook.com/story.php ແລ້ວໄປຄອມເມັ້ນໃນວິດີໂອກຸ່ມ 10 ຕອນ 10 ພຽງພິມຄຳວ່າ LAOS ງ່າຍໆພຽງເທົ່ານີ້ ທ່ານກໍ່ສາມາດຊ່ວຍໃຫ້ໂຕແທນສາວລາວ ຫຼື ຕົ້ນຄຳ ພົນຈັນເຮືອງຜ່ານເຂົ້າຮອບ 40 ຄົນສຸດທ້າຍ.
ຂໍ້ມູນ:tonkham phonchanheuang
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment