ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຄະນະຜູ້ແທນ ລັດຖະສະພາເອີຣົບ
ໃນວັນທີ 1 ພະຈິກ 2017 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງຄະນະຜູ້ແທນ ລັດຖະສະພາເອີຣົບ, ນຳໂດຍທ່ານ Werner Josef LANGEN, ກຳມາທິການເສດຖະກິດ ແລະ ການເງິນ, ລັດຖະສະພາເອີຣົບ, ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 1-2 ພະຈິກ 2017, ເພື່ອຕິດຕາມ ແລະ ປະເມີນຜົນການນຳໃຊ້ເງິນ ຊ່ວຍເຫລືອເພື່ອການພັດທະນາ ທີ່ສະຫະພາບເອີຣົບ ໄດ້ສະໜອງໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ຄະນະຜູ້ແທນຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການພົວພັນ ຮ່ວມມືສອງຝ່າຍ, ພ້ອມທັງຂອບໃຈຢ່າງສູງ ຕໍ່ການສະໜັບສະໜຸນຊ່ວຍເຫລືອ ຂອງປະຊາຊົນ ແລະ ລັດຖະບານສະຫະພາບເອີຣົບ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ, ຖືເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ສປປ ລາວ ມີຜົນສຳເລັດ ໃນການຈັດຕັ້ງປະຕິບັດ ເປົ້າໝາຍສະຫັດສະວັດ ຂອງອົງການ ສະຫະປະຊາຊາດ, ທັງນຳເອົາປະເທດຊາດ ອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ ເທື່ອລະກ້າວ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບບັນຫາສິ່ງທ້າທາຍ ແລະ ທິດທາງໃນການສືບຕໍ່ ເສີມຂະຫຍາຍ ການພົວພັນຮ່ວມມືໃນຕໍ່ໜ້າ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບບັນຫາພົ້ນເດັ່ນ ຂອງສາກົນ ແລະ ພາກພື້ນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ການຢ້ຽມຢາມຂອງຄະນະຜູ້ແທນ ລັດຖະສະພາເອີຣົບໃນຄັ້ງນີ້, ໄດ້ເປັນຂີດໝາຍອັນສຳຄັນ, ທັງເປັນການ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເສີມຂະຫຍາຍ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໃຫ້ນັບມື້ນັບ ມີປະສິດທິຜົນຍິ່ງໆຂຶ້ນ.
ພ້ອມດຽວກັນນີ້, ທ່ານ Werner Josef LANGEN ຍັງໄດ້ສະແດງ ຄວາມຂອບອົກຂອບໃຈ ຕໍ່ ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້, ພ້ອມຈະສືບຕໍ່ຮ່ວມມື ໃນວຽກງານຕ່າງໆ ຕໍ່ໄປອີກໃນອະນາຄົດ.
ຂ່າວ: ວິໄລສັກ /ຂປລ
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment