ຮົງກາລີອະນຸມັດເງິນກູ້ບໍ່ມີດອກເບ້ຍ 100 ລ້ານໂດລາໃຫ້ ລາວເພື່ອດໍາເນີນການບໍາບັດນໍ້າເປື້ອນ
ພິທີເຊັນສັນຍາການຄ້າໂຄງການບຳບັດນ້ຳເປື້ອນ ນະຄອນຫຼວງວຽງຈັນໂດຍການນຳໃຊ້ເງິນກູ້ຢືມຂອງປະເທດຮົງກາລີລະຫວ່າງຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ແລະ ໂຄງການຮົງກາຣີ ວໍເຕີ້ລາວ ຄອນຊໍທຽມ (Hungarian Water Lao Project Consortium)
ຈັດຂຶ້ນວັນທີ 7 ທັນວາ 2017 ທີ່ຫ້ອງວ່າການປົກຄອງນະຄອນ ຕາງໜ້າລົງນາມລະຫວ່າງທ່ານແກ້ວພິລາວັນ ອາໄພລາດ ຮອງເຈົ້າຄອງ ແລະ ທ່ານ ຄິສ ອິມຣ ເອີວິນ (Kiss Imer Ervin) ຫົວໜ້າຝ່າຍບໍລິຫານໂຄງການ ທັງເປັນຜູ້ອຳນວຍການບໍລິສັດລາວໂປເຈັກ ກົງຊອກຊ້ຽມ (Lao Project Zrt) ມີການນຳນະຄອນຫຼວງບັນດາຫົວໜ້າພະແນກການ ເຈົ້າເມືອງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາການຄ້າໂຄງການບຳບັດນ້ຳເປື້ອນແມ່ນການຈັດຕັ້ງປະຕິບັດໂຄງການບຳບັດນ້ຳໃນກໍລະນີທີ່ການພັດທະນາໂຮງບຳບັດນ້ຳ ແລະ ການກໍ່ສ້າງໂຮງບຳບັດນ້ຳເສຍຈະຖືກຈັດຕັ້ງປະຕິບັດເປັນການອອກແບບ ແລະການກໍ່ສ້າງໃນລະຫວ່າງການຈັດຕັ້ງປະຕິບັດທັງໜ້າວຽກເບື້ອງຕົ້ນ ເຊັ່ນ:ການສຳຫຼວດບົດວິພາກເສດຖະກິດ ການອອກແບບ ແລະ ອື່ນໆພ້ອມນັ້ນຍັງມີໜ້າວຽກການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງການກໍ່ສ້າງການຊ່ວຍເຫຼືອປະຕິບັດງານ ແລະ ອື່ນໆຖືກປະຕິບັດສຳເລັດແນໃສ່ບຳບັດນ້ຳເປື້ອນຈາກຄົວເຮືອນ ຈາກໂຮງງານຢູ່ 4 ເມືອງໃນນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນມີສະພາບແວດລ້ອມທີ່ດີ ປາສະຈາກມົນລະພິດ ແລະ ອື່ນໆເຊິ່ງມີຈຳນວນເງິນກູ້ຢືມທັງໝົດ 100 ລ້ານໂດລາສະຫະລັດເປັນເງິນກູ້ບໍ່ມີດອກເບ້ຍ ມີໄລຍະປົດໜີ້ 4 ປີເຄິ່ງ ໄລຍະຊຳລະໜີ້ 18 ປີ ລວມທັງໝົດ 22 ປີ ເລີ່ມແຕ່ປີ 2018 ເປັນຕົ້ນໄປສຳລັບໄລຍະການຈັດຕັ້ງປະຕິບັດໂຄງການແມ່ນ 4 ປີໂດຍຈະເລີ່ມລົງມືເຮັດການສຶກສາສຳຫຼວດອອກແບບໃຫ້ສຳເລັດໃນປີ 2018 ແລະ ປີ 2019 ເລີ່ມປະຕິບັດດຳເນີນການກໍ່ສ້າງ ແລະ ອື່ນໆ.
ຂໍ້ມູນ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment