ເປີດປີທ່ອງທ່ຽວລາວ ທີ່ແຂວງຈຳປາສັກໃນງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ປະຈໍາປີ 2018
ໃນວັນທີ 29 ມັງກອນ 2018 ທີ່ເດີ່ນວັດພູຈຳປາສັກ ເມືອງ ແລະ ແຂວງຈຳປາສັກ ໄດ້ຈັດພິທີເປີດງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ແລະ ປີທ່ອງທ່ຽວລາວ 2018 ຂອງແຂວງດັ່ງກ່າວຂຶ້ນ ໂດຍການໃຫ້ກຽດລັ່ນຄ້ອງເປີດງານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ທັງເປັນປະທານຊີ້ນໍາຈັດງານປີທ່ອງທ່ຽວລາວ 2018 ລະດັບຊາດ ເຊິ່ງມີ ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆຈຳປາສັກ, ມີບັນດາຄະນະພັກ-ຄະນະນຳແຂວງ, ພຣະເຖຣະ-ນຸເຖຣະ, ບັນດາຜູ້ຕາງໜ້າຈາກແຂວງຕ່າງໆ, ກະຊວງ-ກົມກອງທີ່ກ່ຽວຂ້ອງ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍ ພໍ່ແມ່ປະຊາຊົນຊາວແຂວງຈຳປາສັກ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໃນໂອກາດນີ້, ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ ໄດ້ລາຍງານໃຫ້ຊາບ ກ່ຽວກັບການກະກຽມຄວາມພ້ອມຈັດງານບຸນນະມັດສະການຜາສາດຫີນວັດພູຈຳປາສັກ ແລະ ປີທ່ອງທ່ຽວລາວ 2018 ຂອງແຂວງຈຳປາສັກ ເຊິ່ງມໍລະດົກໂລກວັດພູຈໍາປາສັກແຫ່ງນີ້ ໄດ້ສົ່ງຜົນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ກໍ່ຄືຂອງເມືອງຈໍາປາສັກ ເປັນຕົ້ນ ແມ່ນຂະແໜງການທ່ອງທ່ຽວ ໄດ້ດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຊົມ ແລະ ສຶກສາຄົ້ນຄວ້າເພີ່ມຂຶ້ນໃນແຕ່ລະປີ, ຜູ້ປະກອບການທຸລະກິດທ່ອງທ່ຽວ ໄດ້ຮັບການຝຶກອົບຮົມ ແລະ ພັດທະນາທຸລະກິດຂອງຕົນ ເພື່ອຮອງຮັບນັກທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ລີສອດ, ຮ້ານອາຫານ ຕະຫຼອດຮອດການບໍລິການນໍາທ່ຽວ ໄດ້ຮັບການປັບປຸງຍົກລະດັບໃຫ້ໃກ້ຄຽງ ກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ; ຂະບວນການຜະລິດເປັນສິນຄ້າ, ຂະບວນການນໍາທ່ຽວ ໄດ້ມີບັນຍາກາດຟົດຟື້ນ; ເວົ້າລວມແລ້ວ ຂະແໜງການທ່ອງທ່ຽວຂອງແຂວງຈໍາປາສັກ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວເປັນກ້າວໆມາ ແລະ ກາຍເປັນຂະແໜງເສດຖະກິດໜຶ່ງ ທີ່ສ້າງລາຍຮັບໃຫ້ແຂວງ ເປັນຈໍານວນບໍ່ໜ້ອຍ, ບັນດານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມແຂວງຈໍາປາສັກ ນັບມື້ນັບຫຼາຍຂຶ້ນ ເຊັ່ນ: ໃນປີ 2011 ມີນັກທ່ຽວເຂົ້າມາກວ່າ 333 ພັນຄົນ, ສ້າງລາຍຮັບ 30 ກວ່າລ້ານໂດລາສະຫະລັດ, ມາຮອດປີ 2015 ນັກທ່ອງທ່ຽວເພີ່ມຂຶ້ນເປັນ 611 ກວ່າຄົນ, ສ້າງລາຍຮັບກວ່າ 67 ລ້ານໂດລາສະຫະລັດ ແລະ ໃນປີ 2017 ເພີ່ມເປັນ 799 ພັນກວ່າຄົນ, ສ້າງລາຍຮັບ 123 ກວ່າລ້ານໂດລາສະຫະລັດ, ຄາດຄະເນຮອດປີ 2020 ຈະມີນັກ ທ່ອງທ່ຽວເຂົ້າມາເຖິງ 1,2 ລ້ານກວ່າຄົນ, ຈະມີລາຍຮັບກວ່າ 228 ລ້ານໂດລາສະຫະລັດ ແລະ ສະເພາະປີທ່ອງທ່ຽວລາວ 2018 ນີ້ ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາບໍ່ຫຼຸດ 917 ພັນກວ່າຄົນ, ສ້າງລາຍຮັບກວ່າ 140 ລ້ານໂດລາສະຫະລັດ; ແຂວງຈໍາປາສັກ ມີແຫຼ່ງທ່ອງທ່ຽວທັງໝົດ 216 ແຫ່ງ.
ໃນນັ້ນ, ເປັນແຫຼ່ງທ່ອງທ່ຽວທໍາມະຊາດ 116 ແຫ່ງ, ປະຫວັດສາດ 40 ແຫ່ງ ແລະ ວັດທະນະທໍາ 60 ແຫ່ງ. ສຳລັບງານບຸນນະມັດສະການຜາສາດຫີນວັດພູປີນີ້ ຈັດຂຶ້ນໃນລະຫວ່າງ ວັນທີ 29 ຫາ 31 ມັງກອນ 2018 ພ້ອມໆກັບການເປີດປີທ່ອງທ່ຽວລາວ 2018 ຂອງແຂວງຈໍາປາສັກ ກໍ່ເພື່ອເປັນການໂຄສະນາ, ສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວຈາກທຸກສາລະທິດ ເຂົ້າມາສໍາພັດ ແລະ ຮັບຮູ້ ແຂວງຈໍາປາສັກໃຫ້ຫຼາຍຂຶ້ນ ເຊິ່ງໃນພິທີເປີດ ແມ່ນປະກອບມີ ກ້ອນກໍາລັງມວນຊົນ, ຂະບວນແຫ່ຂອງ 10 ເມືອງ, ມີຂະບວນຟ້ອນອັບສະລາ ຂອງນັກຮຽນເມືອງຈໍາປາສັກ, ສະແດງສີລະປະຕ້ອນຮັບປີທ່ອງທ່ຽວ ແລະ ງານນະມັດສະການຜາສາດຫີນວັດພູ. ນອກຈາກນີ້, ໃນງານຍັງມີຫຼາຍກິດຈະກໍາ ເປັນຕົ້ນ ຊົມການສະແດງສີລະປະ ແລະ ໝໍລໍາເລື່ອງ, ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ, ຊົມຄອນເສີດຂອງສີລິປິນທີ່ມີຊື່ສຽງຂອງລາວ ແລະ ຈາກປະເທດໄທ, ຊົມການແຂ່ງຂັນກີລາພື້ນບ້ານ ແລະ ມືສຸດທ້າຍ ມີພິທີຕັກບາດ, ຖວາຍສັງຂະທານ, ສ່ວນຕອນຄໍ່າ ມີພິທີວຽນທຽນ, ປ່ອຍໂຄມໄຟຂຶ້ນສູ່ທ້ອງຟ້າເພື່ອບູຊາສິ່ງສັກສິດ.
ໃນພິທີເປີດງານ, ທ່ານ ບຸນຖອງ ດີວິໄຊ ກໍ່ໄດ້ກ່າວວ່າ: ເພື່ອເປັນການອະນຸລັກ ແລະ ສົ່ງເສີມຄຸນຄ່າວັດທະນະທໍາອັນຍອດຍິ່ງຂອງໂລກ ກໍ່ຄືຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດສືບທອດກັນມາແຕ່ບູຮານນະການ, ການຈັດງານບຸນນະມັດສະການຜາສາດຫີນວັດພູ ປີນີ້ ຈຶ່ງໄດ້ຈັດຂຶ້ນພ້ອມກັບການເປີດປີທ່ອງທ່ຽວລາວ 2018 ທີ່ແຂວງຈໍາປາສັກ ເພື່ອເຮັດໃຫ້ການທ່ອງທ່ຽວ ໄດ້ສໍາຜັດກັບບັນຍາກາດເທດສະການທາງຮີດຄອງປະເພນີ ແລະ ວັດທະນະທໍາອັນດີງາມ ຂອງແຂວງພວກເຮົາ ໃຫ້ບັນດາແຂກ ທັງພາຍໃນ ແລະ ຕ່າງປະເທດ ຮັບຮູ້ຢ່າງກວ້າງຂວາງ. ໃນນາມອໍານາດການປົກຄອງແຂວງ, ຂ້າພະເຈົ້າ ມີຄວາມເຊື່ອໝັ້ນສູງວ່າ: ດ້ວຍຄວາມຮ່ວມມື, ຮ່ວມແຮງ-ຮ່ວມໃຈ, ການປະກອບສ່ວນຈາກພາກລັດ ແລະ ຫົວໜ່ວຍທຸລະກິດ-ຜູ້ປະກອບການ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ໃນທົ່ວແຂວງຈໍາປາສັກ ຈະພ້ອມກັນຮ່ວມເປັນເຈົ້າພາບທີ່ດີ, ມີບັນຍາກາດຈັບໃຈ ແກ່ບັນດາແຂກທີ່ເຂົ້າມາທ່ຽວ ນັບມື້ນັບຫຼາຍຂຶ້ນເລື້ອຍໆ ໃນແຕ່ລະປີ ແລະ ເຮັດໃຫ້ການຈັດງານເປີດປີທ່ອງທ່ຽວລາວ 2018 ທີ່ແຂວງຈໍາປາສັກ ມີບັນຍາກາດດີ ແລະ ບັນລຸຜົນສໍາເລັດຢ່າງທີ່ໜ້າເພິ່ງພໍໃຈ. ຮຽກຮ້ອງມາຍັງທຸກພາກສ່ວນ ໃຫ້ເຂົ້າໃຈວ່າ: ມໍລະດົກວັດພູຈໍາປາສັກ ພ້ອມພື້ນທີ່ອ້ອມຮອບທັງໝົດນີ້ ແມ່ນມໍລະດົກອັນລໍ້າຄ່າ ທີ່ບັນພະບູລຸດເຮົາສ້າງປະໄວ້, ກາຍເປັນມໍລະດົກລາວ-ມໍລະດົກໂລກ, ພວກເຮົາທຸກຄົນ ຈົ່ງພ້ອມກັນຮັກສາ, ຖະນຸຖະໜອມ, ຮັກ ແລະ ຫວງແຫນ ໃຫ້ຍືນຍົງຄົງຢູ່ຄູ່ຊາດລາວຕະຫຼອດໄປ.
ຜ່ານການຟັງລາຍງານ ຂອງຄະນະຮັບຜິດຊອບຈັດງານ ເຫັນວ່າການກະກຽມທຸກຢ່າງຄົບຖ້ວນໝົດແລ້ວ. ໃນນາມປະທານຈັດງານ, ຂ້າພະເຈົ້າ ຂໍຖືໂອກາດອັນມີຄວາມໝາຍນີ້ ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບບັນດາທ່ານ, ທຸກພາກສ່ວນ ສູ່ດິນແດນປູລິຍະສະຖານແຫ່ງອາຣິຍະທໍາ ຂອງສັດຕະວັດທີ VII “ ເອກະລັກວັດພູ, ກຸຫຼາບປາກເຊ, ກາເຟປາກຊ່ອງ, ນໍ້າຂອງໂຕນຄອນ, ສີພັນດອນລືນາມ ” ແຫ່ງນີ້.
ທີ່ມາ: ສນຍ
___________
Post a Comment