ຮອງນາຍົກລັດຖະມົນຕີ ຢ້ຽມຢາມອ້າຍນ້ອງທະຫານ ທີ່ວິທະຍາຄານກົມມະດຳ
ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 69 ປີ(20/01/1959-2018). ດັ່ງນັ້ນ, ໃນວັນທີ 17 ມັງກອນ 2018 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ ແລະ ຄະນະ ກໍ່ໄດ້ເດີນທາງໄປເຄື່ອນໄຫວ ແລະ ຢ້ຽມຢາມ ວິທະຍາຄານກົມມະດຳ(ເຂດນໍ້າຊວງ) ແຂວງວຽງຈັນ ເຊິ່ງມີ ທ່ານພົນຈັດຕະວາ ບຸນຈັນ ລາດສະວົງ ຫົວໜ້າການທະຫານ ວິທະຍາຄານກົມມະດຳ, ພ້ອມດ້ວຍບັນດາຄະນະນຳຂອງວິທະຍາຄານ, ທ່ານຮອງເຈົ້າແຂວງໆວຽງຈັນ, ອໍານາດການປົກຄອງທ້ອງຖິ່ນ, ຄະນະຮັບຜິດຊອບຈຸດສຸມ, ບັນດາຄູອາຈານ ແລະ ນັກຮຽນອ້າຍເອື້ອຍນ້ອງທະຫານພາຍໃນວິທະຍາຄານ ໃຫ້ການຕ້ອນຮັບ.
ໃນການມາເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ພັນເອກ ຖາວອນ ແກ້ວອິນທະວົງ ຫົວໜ້າການເມືອງວິທະຍາຄານກົມມະດຳ ກໍ່ໄດ້ລາຍງານໃຫ້ຊາບ ກ່ຽວກັບປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາຂອງວິທະຍາຄານດັ່ງກ່າວ ເຊິ່ງໄດ້ສືບທອດມູນເຊື້ອມາຈາກໂຮງຮຽນກົມມະດຳຊັ້ນຕົ້ນ ໃນເມື່ອກ່ອນ ແລະ ເປັນໂຮງຮຽນຫຼັງທຳອິດຂອງກອງທັບ ທີ່ປະທານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງຂຶ້ນ ໃນວັນທີ 18 ມິຖຸນາ 1955 ທີ່ບ້ານກາງໂມງ, ເມືອງໂສຍ ແຂວງຫົວພັນ ທີ່ເປັນເຂດທີ່ໝັ້ນຂອງການປະຕິວັດ ໃນເວລານັ້ນ. ປະຈຸບັນ, ວິທະຍາຄານກົມມະດຳ ໄດ້ປະຕິບັດໜ້າທີ່ພາລະບົດບາດ ໃນການດຳເນີນການຝຶກອົບຮົມ-ບຳລຸງກໍ່ສ້າງນາຍສິບ ແລະ ນາຍທະຫານລຸ້ນສືບທອດ, ການປັບປຸງກໍ່ສ້າງກົມກອງ, ປະຕິບັດໜ້າທີ່ກໍ່ສ້າງຮາກຖານການເມືອງ ພົວພັນປະສານສົມທົບ ກັບອຳນາດການປົກຄອງອ້ອມຂ້າງ, ປະຕິບັດໜ້າທີ່ຄົ້ນຄວ້າວິທະຍາສາດ, ປະຫວັດສາດການທະຫານ-ການເມືອງ ເພື່ອຮັບໃຊ້ວຽກງານອົບຮົມສິດສອນຮ່ຳຮຽນ, ປະຕິບັດທິດນຳ 4 ປູກ 4 ລ້ຽງ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດໜ້າທີ່ພົວພັນ, ຮ່ວມມືສາກົນ ຕາມແນວທາງການຕ່າງປະເທດຂອງພັກ.
ວິທະຍາຄານກົມມະດຳ ປະກອບມີທັງໝົດ 5 ຫຼັກສູດການຮຽນການສອນ ເຊິ່ງຕະຫຼອດຫຼາຍປີທີ່ຜ່ານມາ ສາມາດບຳລຸງກໍ່ສ້າງພະນັກງານ ແລະ ນາຍສິບ ອອກຮັບໃຊ້ຊາດ ໄດ້ຫຼາຍກວ່າ 10 ພັນຄົນ ຊຶ່ງລ້ວນແຕ່ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ລັດ ແລະ ປະເທດຊາດ. ມີຫຼາຍສະຫາຍ ໄດ້ກາຍເປັນນັກຮົບແຂ່ງຂັນ, ເປັນວິລະຊົນແຫ່ງຊາດ, ເປັນພະນັກງານຂັ້ນສູງຂອງພັກ, ລັດ ແລະ ກອງທັບ.
ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະນຳ, ຄູອາຈານ ແລະ ນັກຮຽນການທະຫານ ຂອງວິທະຍາຄານດັ່ງກ່າວ ເຊິ່ງທ່ານໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງອັນສະໜິດສະໜົມ ຈາກສູນກາງພັກ ແລະ ລັດຖະບານ ມາຍັງບັນດາອ້າຍນ້ອງທະຫານ ແລະ ຜ່ານບັນດາສະຫາຍ ໄປຍັງບັນດາຄອບຄົວຜູ້ທີ່ໄດ້ສະຫຼະຊີວິດ, ຜູ້ບາດເຈັບ, ຜູ້ເຈັບປ່ວຍ ທີ່ກຳລັງພະຍາບານຕົນ, ບັນດານາຍ ແລະ ພົນທະຫານ ທີ່ອອກໄປປະຕິບັດໜ້າທີ່ ຢູ່ເຂດທຸລະກັນດານ ແລະ ບັນດາສະຫາຍທີ່ອອກພັກຜ່ອນບຳນານ. ພ້ອມທັງສະແດງຄວາມຍ້ອງຍໍສັນລະເສີນ ມາຍັງບັນດາສະຫາຍພະນັກງານ ແລະ ນັກຮົບທົ່ວກົມກອງ ທີ່ໄດ້ພ້ອມກັນຕັ້ງໜ້າເຮັດສຳເລັດໜ້າທີ່ອັນມີກຽດສະຫງ່າຂອງຕົນ. ນອກຈາກນີ້, ຕໍ່ກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນໃນພາກພື້ນ ແລະ ສາກົນ ກໍ່ຄືໃນ ສປປ ລາວ ພວກເຮົາ ທີ່ຍັງສືບຕໍ່ຜັນແປຢ່າງສະລັບຊັບຊ້ອນ, ການເກີດໄພພິບັດທຳມະຊາດ, ອິດທິກຳລັງປໍລະປັກ ແລະ ພວກກຸ່ມຄົນບໍ່ດີ ຍັງສືບຕໍ່ຍູ້ແຮງການເຄື່ອນໄຫວທຳລາຍມ້າງເພ ຢ່າງຮອບດ້ານ ດ້ວຍຫຼາຍຮູບ-ຫຼາຍສີ ແລະ ເລິກແລບກວ່າເກົ່າ.
ທ່ານ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໃຫ້ບັນດາສະຫາຍໃນກຳລັງປະກອບອາວຸດ ຕ້ອງໄດ້ອອກແຮງ ແລະ ສຸມທຸກຄວາມສາມາດ ເຂົ້າໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃນເງື່ອນໄຂໃໝ່ ຊຶ່ງກ່ອນອື່ນໝົດ, ຕ້ອງເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ ແລະ ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນ ໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນວຽກງານ ປກຊ-ປກສ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ; ຕ້ອງຮັບປະກັນຄວາມຈົ່ງຮັກພັກດີ ຢ່າງສຸດຊຶ້ງ ຕໍ່ພາລະກິດຂອງພັກ ແລະ ປະເທດຊາດ ໄປພ້ອມໆກັບການປັບປຸງແບບແຜນວິທີເຮັດວຽກ ໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ສົມທົບຢ່າງກົມກຽວ ລະຫວ່າງບົດບາດ-ຄວາມສາມາດນຳພາຂອງໝູ່ຄະນະ ກັບບົດບາດ-ຄວາມສາມາດນຳພາຂອງບຸກຄົນໃນຄະນະ, ແບບແຜນນຳພາ ຕ້ອງປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ; ຕ້ອງສຸມໃສ່ຄົ້ນຄວ້າຕອບຕ້ານ ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງບັນດາອິດທິກຳລັງປໍລະປັກ, ປັບປຸງພາຍໃນໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ເດັດຂາດ; ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ຮາກຖານ, ສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງຢ່າງຮອບດ້ານ ດ້ວຍການສ້າງວຽກງານພະລາທິການກັບທີ່ ເປັນວຽກງານຕົ້ນຕໍ ແລະ ສືບຕໍ່ເປີດກວ້າງການພົວພັນສາມັກຄີສາກົນ ຕາມແນວທາງການຕ່າງປະເທດຂອງພັກ.
ຂໍ້ມູນ:ສນຍ
© ໂຕະນໍ້າຊາຂ່າວ | www.tonamchanews.com
___________
Post a Comment