ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມ ກອງປະຊຸມວົງແຄບ ຂອງລັດຖະມົນຕີ ຕ່າງ ປະເທດອາຊຽນ ທີ່ ສິງກະໂປ
ວັນທີ 6 ກຸມພາ 2018 ທີ່ ສິງກະໂປ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ໄດ້ ເຂົ້າຮ່ວມກອງປະຊຸມ ວົງແຄບຂອງລັດຖະມົນຕີ ຕ່າງປະ ເທດອາຊຽນ ພາຍໄຕ້ຄຳຂັວນ ທີ່ ສິງກະໂປ ກຳນົດ ໃນການເປັນປະທານ ອາຊຽນຂອງຕົນ ໃນປີີ 2018 ຄື: ເຂັ້ມແຂງ ແລະ ນະວັດຕະກຳ ຮ່ວມກັບບັນດາ ລັດຖະມົນຕີຕ່າງປະເທດອາຊຽນ ພາຍໃຕ້ການເປັນປະທານ ອາຊຽນຂອງ ສິງກະໂປ ໃນປີ 2018.
ກອງປະຊຸມໄດ້ຮັບຊາບ ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດ ຄຳຕົກລົງຂອງຜູ້ນຳອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດ ບັນດາເອກະສານ ແຜນແມ່ບົດ ສຳລັບສາມເສົາຄໍ້າ ປະຊາຄົມອາຊຽນ 2025, ແຜນງານ, ຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບສາມ ແລະ ແຜນແມ່ບົດ ສຳລັບການເຊື່ອມຈອດອາຊຽນ.
ພ້ອມນີ້, ກອງປະຊຸມ ກໍໄດ້ປຶກສາຫາລື ກ່ຽວກັບການ ຮ່ວມມື ລະຫວ່າງ ອາຊຽນກັບພາຍນອກ ໃນທ່າມກາງໂຄງສ້າງ ພາກພື້ນທີ່ຜັນແປ ແລະ ໃນໂອກາດນີ້, ບັນດາລັດຖະມົນຕີ ຕ່າງປະເທດອາຊຽນຍັງໄດ້ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ສະພາບການເມືອງ, ເສດຖະກິດ ຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປ, ບັນຫາ ທີ່ເປັນສິ່ງທ້າທາຍຕໍ່ສັນຕິພາບ, ສະຖຽນລະພາບ ຂອງພາກພື້ນ ແລະ ຂອງໂລກ ເຊັ່ນ: ບັນຫາ ການກໍ່ການຮ້າຍ, ໄພພິບັດທຳມະຊາດ ແລະ ອາດຊະຍາກຳຂ້າມຊາດ ແລະ ອື່ນໆ ແລະ ສະພາບການ ໃນຕາເວັນອອກກາງ, ແຫລມເກົາຫລີ ແລະ ທະເລຈີນໃຕ້.
ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫລີີມໄຊ ກົມມະສິດ ໄດ້ເນັ້ນຢ້ຳ ເຖິງຄວາມສຳຄັນຂອງການເພີ່ມທະວີ ການຮ່ວມມື ເພື່ອຮັດແຄບຄວາມ ແຕກໂຕນທາງດ້ານການພັດທະນາ ລະຫວ່າງ ປະເທດສະມາຊິກ ອາຊຽນ ແລະ ການເຊື່ອມຈອດ ພາກພື້ນ ເພາະ ສອງໜ້າວຽກດັ່ງກ່າວ ແມ່ນມີຄວາມສຳຄັນຢ່າງຍິ່ງ ຕໍ່ການເຊື່ອມໂຍງ ເສດຖະກິດພາກພື້ນ. ພ້ອມນີ້, ທ່ານ ສະເຫລີມໄຊ ກໍຍັງຢໍ້າເຖິງ ການສົ່ງເສີມບົດບາດ ຄວາມເປັນແກນກາງ ຂອງອາຊຽນ ໃນການພົວພັນ ກັບພາຍນອກ ແລະ ໃນໂຄງສ້າງພາກພື້ນ ທີ່ພວມຜັນແປ.
ເນື້ອໃນຂ່າວ: ພູທອງ ສີວົງສາ (ຂປລ)
___________
Post a Comment