ການປັບປຸງດ່ານກວດນໍ້າໜັກຢູ່ທາງເລກ9ເພື່ອການສະກັດກັ້ນລົດບັນທຸກໜັກເກີນກໍານົດ
ອົງການໄຈກາພວມໃຫ້ການຊ່ວຍເຫຼືອໃນການກໍ່ສ້າງແລະປັບປຸງສະຖານີຕິດຊັ່ງນໍ້າໜັກບ້ານຄໍາເຕີຍ (ດົງເຫັນ) ຕາມເສັ້ນທາງຫຼວງແຫ່ງຊາດເລກທີ 9 ພາຍໃຕ້ໂຄງການປັບປຸງຂີດຄວາມສາມາດໃນການບູລະນະຮັກສາທາງຫຼວງ (CaRoL) ເຊິ່ງສະຖານີດັ່ງກ່າວເປັນໜຶ່ງໃນໂຄງການຕົວແບບໃນການຫັນເປັນທັນສະໄໝຂອງສະຖານີຕິດຊັ່ງນໍ້າໜັກ ທີ່ລັດຖະບານລາວໄດ້ອະນຸມັດໃຫ້ຈັດຕັ້ງປະຕິບັດ ເຊິ່ງຈະພາໃຫ້ສາມາດຕິດຕາມແລະກວດສອບຜົນການຕິດຊັ່ງໄດ້ທັງໃນລະດັບສູນກາງແລະທ້ອງຖິ່ນ.
ໃນຊຸມປີທີ່ຜ່ານມາ ລົດບັນທຸກນໍ້າໜັກເກີນກໍານົດໄດ້ເຮັດໃຫ້ເສັ້ນທາງເປ່ເພເປັນຈໍານວນຫຼວງຫຼາຍ ໃນຂະນະທີ່ຂົວຫຼາຍແຫ່ງກໍ່ໄດ້ຮັບຄວາມເສຍຫາຍ ເຊິ່ງມັນຈໍາເປັນຕ້ອງໄດ້ມີມາດຕະການແກ້ໄຂອັນຮີບດ່ວນ. ຖ້າໂຄງການຕົວແບບດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ກໍ່ຈະມີຄວາມເປັນໄປໄດ້ໃນການຂະຫຍາຍອອກໄປໃນທົ່ວປະເທດ ເຊິ່ງຈະເປັນການເພີ່ມທະວີການສະກັດກັ້ນການບັນທຸກນໍ້າໜັກເກີນຂອບເຂດ ແລະຈະເປັນການຫຼຸດຜ່ອນງົບປະມານໃນການສ້ອມແປງແລະບູລະນະຮັກສາທາງໃນໄລຍະກາງແລະໄລຍະຍາວ.
ຂໍ້ມູນ: Jica Laos
___________
Post a Comment