ແຂວງບໍ່ແກ້ວ ເກັບລາຍຮັບໄດ້ເກີນແຜນຫຼາຍກວ່າ 12% ໃນປີ 2017
ທ່ານ ສຸວັນທອງ ບົວລັງສີ ຫົວໜ້າພະແນກການເງິນແຂວງບໍ່ແກ້ວ ໄດ້ລາຍງານຕໍ່ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ການເກັບລາຍຮັບຢູ່ແຂວງບໍ່ແກ້ວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2017 ສາມາດປະຕິບັດໄດ້ 300 ຕື້ກວ່າກີບ ທຽບໃສ່ແຜນການປີເທົ່າກັບ 112.66%. ໃນນັ້ນ, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນ ປະຕິບັດໄດ້ 203 ຕື້ກີບ ເທົ່າກັບ 166.51% ຂອງແຜນການປີ, ລາຍຮັບທ້ອງຖິ່ນຂອງແຂວງປະຕິບັດໄດ້ 96 ຕື້ກີບ ເທົ່າກັບ 105.36% ຂອງແຜນການປີ.
ສຳລັບແຜນການງົບປະມານປີ 2018 ລາຍຮັບສູນກາງປະຕິບັດຢູ່ທ້ອງຖິ່ນແມ່ນ 229 ຕື້ກວ່າກີບ. ໃນນັ້ນ, ມີລາຍຮັບຄ່າທຳນຽມຈາກສ່ວຍສາອາກອນ, ພາສີ ( ດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ), ກອງກວດກາພາສີປະຈຳແຂວງ, ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ; ສ່ວນດ້ານລາຍຮັບຂອງທ້ອງຖິ່ນແມ່ນ 101 ຕື້ກວ່າກີບ. ໃນນັ້ນ, ມີສ່ວຍສາອາກອນ, ຄຸ້ມຄອງຊັບສິນຂອງລັດ.
ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ເພີ່ມທະວີເຂັ້ມງວດປະຕິບັດບັນດານິຕິກຳຕ່າງໆຂອງກະຊວງການເງິນ, ເຂັ້ມງວດການຄຸ້ມຄອງທາງດ້ານລາຍຮັບ – ລາຍຈ່າຍ, ປະຕິບັດວິໄນທາງດ້ານການເງິນພ້ອມທັງ 10 ຂໍ້ຫ້າມ ແລະ ວິໄນຂອງພະນັກງານ – ລັດຖະກອນຂະແໜງການເງິນໃຫ້ເຂັ້ມງວດ.
ດ້ານວິຊາສະ ເພາະການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປີ 2018 ຕ້ອງບຸກທະລຸທາງລາຍຮັບ – ລາຍຈ່າຍ, ສ່ວນຂະແໜງສ່ວຍສາອາ ກອນຕ້ອງກຳແໜ້ນຖານລາຍຮັບໃຫ້ແໜ້ນ, ເຂັ້ມງວດການປະຕິບັດຄຳສັ່ງເລກທີ 40/ນຍ, ຫັນການຄຸ້ມຄອງລາຍຮັບ – ລາຍຈ່າຍໄປສູ່ລະບົບທັນສະໄໝ.
ພາຍຫຼັງສຳເລັດກອງປະຊຸມ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ຍັງໄດ້ໄປຕິດຕາມເບິ່ງຄວາມຄືບໜ້າ ແລະ ການຈັດຕັ້ງປະຕິບັດວຽກງານຂອງລັດວິສາຫະກິດລາວບໍລິການສິນຄ້າຜ່ານແດນ ສາຂາແຂວງບໍ່ແກ້ວ, ດ່ານພາສີສາກົນຂົວມິດຕະພາບ IV ໂດຍມີເຈົ້າໜ້າທີ່ພາສີ, ພະນັກງານຂະແໜງການເງິນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ພ້ອມທັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດແຜນງົບປະມານປີ 2017 ຕາມແຜນດ່ານພາສີສາກົນຂົວມິດຕະ ພາບ IV ປີ 2017 ມີຈໍານວນ 140 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຈັດເກັບໄດ້ທັງໝົດ 147 ຕື້ກວ່າກີບ ເທົ່າກັບ 105.48% ຂອງແຜນການປີ.
ທີ່ມາ: ເສດຖະກິດ- ການຄ້າ
Post a Comment