ບໍລິສັດຜູ້ຜະລິດຕຸກກະຕາຢາງປະກາດສະໝັກ ນັກທົດສອບຫຸ່ນ (ສີນຄ້າ) ກ່ອນວາງຈໍາໜ່າຍ
ສໍານັກຂ່າວ The Sun ຂອງປະເທດອັງກິດລາຍງານຂ່າວວ່າ : ບໍລິສັດຜູ້ຜະລິດຕຸກກະຕາຢາງ (Sex Toys)ໃນປະເທດອັງກິດປະກາດສະໝັກຊາຍໜຸ່ມຮ່ວມທົດສອບຫຸ່ນຢາງ ຫຼື ສີນຄ້າກ່ອນວ່າງຈໍາໜ່າຍ ໂດຍໃນການທົດສອບຈະມີຄ່າຈ້າງໃຫ້ 35,000 ປອນ/ປີ, ມີວັນພັກ 22 ວັນ/ປີ ແລະ ພ້ອມກັບຂໍ້ສະເໜີອື່ນລວມທັງສະມາຊິກໃນຄອບຄົບຍັງສາມາດຊື້ຕຸກກະຕາຢາງທີ່ຈະອອກວາງຈໍາໜ່າຍໃນລາຄາທີ່ຖືກກວ່າທ້ອງຕະຫຼາດນໍາອີກ.
ສໍາລັບການເຮັດວຽກແມ່ນຕ້ອງທົດສອບສີນຄ້າຢ່າງຈິງຈັງ ພ້ອມກັບມີລາຍງານຜົນການໃຊ້, ຄວາມຮູ້ສຶກ, ຄຸນນະພາບ ແລະ ຄວາມໜ້າພໍໃຈໃນໂຕສີນຄ້າ. ສາມາດສະໝັກນັບແຕ່ມື້ນີ້ຈົນເຖິງວັນທີ 20 ມີນາ 2018.
ອ່ານເພີ່ມເຕີມ: Company posts job advert for Brit SEX DOLL tester and you can get £35k for romping with robots
ທີ່ມາ: The Sun
___________
Post a Comment