ວັດຖຸບໍ່ຮູ້ແຫຼ່ງທີ່ມາຕົກຈາກຟ້າ ທີ່ເມືອງທ່າແຕງ ແຂວງເຊກອງ
ໃນວັນທີ 31 ມີນາ 2018 ທີ່ຜ່ານມາ ຢູ່ເຂດບ້ານຍົກທົງ, ເມືອງທ່າແຕງ ແຂວງເຊກອງ ໄດ້ມີປະກົດການວັດຖຸທີ່ບໍ່ຮູ້ແຫຼ່ງທີ່ມາຕົກລົງມາຈາກຟ້າ ໂດຍວັດຖຸດັ່ງກ່າວແມ່ນຕົກເວລາ 10:00 ຂອງ 31 ມີນາ 2018 ເຊິ່ງເຫດການດັ່ງກ່າວກໍມີການຄາດເດົາຫຼາຍແງ່ຫຼາຍແງ່ ແຕ່ໃນທາງວິທະຍາສາດແລ້ວຄາດເປັນຊິ້ນສ່ວນຂອງສະຖານີອະວະກາດທຽນກົງ-1 ຂອງຈີນ (Tiangong-1) ທີ່ສິ້ນສຸດພາລະກິດມາຕັ້ງແຕ່ວັນທີ 16 ມີນາ 2016 ທີ່ຈະກັບເຂົ້າສູ່ຊັ້ນບັນຍາກາດ ແລະ ຕົກລົງຢູ່ໂລກໃນລະຫວ່າງວັນທີ 1 ເມສາ 2018 ນີ້ (ອີງຕາມຂໍ້ມູນຂອງເວບໄຊທ www.space.com)
ຂໍ້ມູນເພີ່ມເຕີມ: ສະຖານີອະວະກາດທຽນກົງ-1 ຂອງຈີນ (Tiangong-1) ສີ້ນສຸດພາລະກິດ
___________
Post a Comment