ເຫດມືເຂົ້າຕູ້ອີ້ວອ້ອຍ ບາດເຈັບ 1 ຄົນ
ອີງຕາມການລາຍງານຈາກມູນນິທີ ກູ້ໄພ ນາຄາ ວ່າ: ໃນວັນທີ 26 ພືດສະພາ 2018 ເວລາ 18:28 ນາທີ . ມູນນິທີ ກູ້ໄພ ນາຄາ ໄດ້ຮັບແຈ້ງເຫດຂໍຄວາມຊ່ວຍເຫຼືອ ໃຫ້ນຳສົ່ງຄົນເຈັບ ຈາກບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ນຳສົ່ງໄປ ໂຮງໜໍມິດຕະພາບ (150ຕຽງ).
ພໍມູນນິທິກູ້ໄພ ນາຄາ ໄປເຖິງຈຸດເກີດເຫດຈຶ່ງເຫັນຄົນເຈັບ1ຄົນ ເປັນເພດຍິງ ອາຍຸ 50 ປີ ປັດຈຸບັນຢູ່ ບ້ານ ໂພນທອງເມືອງໄຊເສດຖາ ແຂວງ ນະຄອນຫລວງວຽງຈັນ ອາການເບື້ອງຕົ້ນແມ່ນ ບາດເປີດໃຫຍ່ມືເບື້ອງຊ້າຍ. ດັ່ງນັ້ນ, ມູນນິທິກູ້ໄພນາຄາຈຶ່ງປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໜໍມິດຕະພາບ (150ຕຽງ)
ພາບ ແລະ ຂ່າວ: ກູ້ໄພ ມູນນິທີ ກູ້ໄພ ນາຄາ
ແຈ້ງເຫດສຸກເສີນໂທ 020 2345 6784 ຕະຫຼອດ 24 ຊົ່ວໂມງ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment