ລາວ-ຈີນ ຮ່ວມມືກັນດ້ານການທ່ອງທ່ຽວ
ເພື່ອແນໃສ່ສົ່ງເສີມການທ່ອງທ່ຽວ ແລະ ແລກປ່ຽນບົດຮຽນວຽກງານການທ່ອງທ່ຽວ ພ້ອມກັບເຂດການຮ່ວມມືດ້ານຕ່າງໆ ລະຫວ່າງສອງປະເທດ ລາວ-ຈີນ ໃນວັນທີ 21 ພຶດສະພາ 2018 ທີ່ເມືອງໄຫໂຂວ ແຂວງໄຫໜານ ສປ ຈີນ ໄດ້ມີພິທີເຊັນສັນຍາຮ່ວມມືກັນໃນການສ້າງເສັ້ນທາງຖ້ຽວບິນໃໝ່ ລະຫວ່າງນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແລະ ແຂວງໄຫໜານ ຕາງໜ້າຝ່າຍລາວ ແມ່ນທ່ານ ຈົງ ຈຸນ ຈົ໋ງ ຜູ້ອຳນວຍການປະທານບໍລິສັດ Malao Travel Sole Limited ໃນປະເທດລາວ ແລະ ຝ່າຍຈີນແມ່ນທ່ານ ຕິງ ເຈຍ ປິງ ຜູ້ຈັດການທົ່ວໄປຂອງບໍລິສັດ ການທ່ອງທ່ຽວໄຫໜານຢູໄນເຕັດ ແອລາຍ Hainan United Airlines Travel Company Limited ໂດຍມີທ່ານນາງ ແສງໂສດາ ວັນທານຸວົງ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຜູ້ຕາງໜ້າຈາກກົມການບິນພົນລະເຮືອນ ຜູ້ປະກອບການທຸລະກິດທ່ອງທ່ຽວ-ໂຮງແຮມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ສຳລັບເສັ້ນທາງສາຍການບິນທີ່ສ້າງໃໝ່ ແມ່ນຈະມີສາມຖ້ຽວບິນປະຈຳອາທິດອອກຈາກນະຄອນຫຼວງວຽງຈັນ ເຖິງເມືອງໄຫໂຂວ ໃນແຂວງໄຫໜານ ໃນວັນພຸດ ແລະ ວັນອາທິດ ແລະ ຈາກຫຼວງພະບາງ-ໄຫໂຂວ ໃນແຂວງໄຫໜານ ວັນສຸກ ເຊິ່ງແຂວງໄຫໜານ ແມ່ນຕັ້ງຢູ່ພາກໃຕ້ຂອງຈີນ ແລະ ມີສະພາບອາກາດຄ້າຍຄືກັນກັບລາວ ເຊິ່ງໄດ້ຖືເປັນເສັ້ນທາງໃນການຄ້າ-ຂາຍ ທີ່ຕິດພັນກັບດ້ານອຸດສາຫະກຳການທ່ອງທ່ຽວກັບບັນດາປະເທດໃກ້ຄຽງ ແລະ ເສັ້ນທາງໃໝ່ດັ່ງກ່າວ ແມ່ນໜຶ່ງໃນຫຼາຍກວ່າ 50 ຖ້ຽວບິນທົ່ວໂລກ ທີ່ຈະສົ່ງເສີມການທ່ອງທ່ຽວ ແລະ ການຮ່ວມມືກັບແຂວງ ໂດຍໃຊ້ເວລາໃນການເດີນທາງພຽງແຕ່ 90 ນາທີເທົ່ານັ້ນ ເນື່ອງຈາກການສ້າງສາຍການບິນ One Belt ຖະໜົນໜຶ່ງຂອງນະໂຍບາຍລັດຖະບານຈີນ ໃນການສ້າງຕັ້ງການບິນຈາກລາວໄປແຂວງໄຫໜານ ເພື່ອເສີມຂະຫຍາຍການພັດທະນາຂອງສອງປະເທດ ພ້ອມນັ້ນ ການເດີນທາງບໍ່ພຽງແຕ່ຊ່ວຍສົ່ງເສີມການຄ້າ ແລະ ເສດຖະກິດເທົ່ານັ້ນ ແຕ່ຈະຍັງຊ່ວຍພັດທະນາດ້ານອື່ນໆອີກດ້ວຍ.
ຂໍ້ມູນ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment