ເມືອງປາກທາ ທຳລາຍສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ
ໃນຕອນເຊົ້າຂອງວັນທີ 25 ພຶດສະພາ 2018 ຜ່ານມານີ້ ຢູ່ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ ແລະ ເຊື່ອມຄຸນຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ວັນທອງ ວິໄພບູນ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆປາກທາ, ທ່ານ ນາງ ສີວອນ ຮຸ່ງວິໄລຈິດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ມີບັນດາຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ວິຊາການພາຍໃນຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວຽງຊາຍ ບຸນພະຈັນ ຫົວໜ້າໜ່ວຍງານການຄ້າພາຍໃນໄດ້ຂຶ້ນຜ່ານບົດລາຍງານຫບໍ້ກ່ຽວກັບການລົງກວດກາສິນຄ້າໝົດອາຍຸ ແລະ ສິນຄ້າຕ້ອງຫ້າມໃນຫ້າງຮ້ານຕ່າງໆໃນທົ່ວເທດສະບານເມືອງປາກທາ ແລະ 3 ຈຸດໃຫຍ່ຄື: ບ້ານໃຫຍ່ປາກທາ, ບ້ານຫາດສະ ແລະ ບ້ານກ້ອນຕື່ນ ໄດ້ກວດກາຫ້າງຮ້ານຈຳນວນ60 ຮ້ານໃນນັ້ນໄດ້ເຫັນສິນຄ່າໝົດອາຍຸການນຳໃຊ້ ແລະ ສິນຄ້າຕ້ອງຫ້າມຈຳນວນ 43 ຮ້ານມີທັງໝົດ 27 ລາຍການດັ່ງນີ້:ຢາສູບບໍ່ມີສະແຕມອາກອນຕິດ 7 ຕຸດ,ນ້ຳໂຄກ 7 ແພັກ,ແປັບຊີ 5 ແພັກ,ຄີມອາບນໍ້າ 6 ໂຫຼ,ໂລຊັນຖາຜີວ 5 ໂຫຼ,ໝີ້ກ່ອງ 7 ແພັກ,ເຂົ້າໜົມຈີນ 1 ຜາດໃຫຍ່,ນົມເລັກຕາຊອຍ 12 ໂຫຼ,ຢາປວດຫາຍຈີນ 6 ກັບ ແລະ ສິນຄ້າອື່ນໆອີກລວມມູນຄ່າທັງໝົດ 7ລ້ານ5ແສນກວ່າກີບພ້ອມກັນນັ້ນຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນລົງມືເຜົາທຳລາຍສິນຄ້າທີໝົດຄຸນນະພາບເຊື່ອມຄຸນນະພາບ ແລະ ສິ້ນຄ້າໝີພາສີຢ່າງເປັນທາງການ.
ທັງນີ້ກໍ່ເພື່ອແນໃສໃຫ້ຜູ້ບໍລິກໂພກພາຍໃນເມືອງໄດ້ຮັບຄວາມປອດໄພຈາກສິນຄ້າໝົດອາຍຸການ,ຮັບປະກັນໃຫ້ການຊື້ການຂາຍມີຄວາມໂປງໃສ ແລະ ຖືກຕ້ອງຕາມລະບຽບຫຼັກການທີວາງໄວ້.
ພາບ-ຂ່າວ: ພັດສະວົງ ບຸນຍະຜົນ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment