ເຫດລົດໂມ້ປູນປີ້ນ ເຈັບ 1 ຄົນ ທີ່ເສັ້ນທາງບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ນະຄອນຫຼວງວຽງຈັນ: ລາຍງານຈາກໜ່ວຍກູ້ໄພ 1624 ໃຫ້ຮູ້ວ່າ ໃນວັນທີ 29 ພຶດສະພາ 2018 ເວລາປະມານ 13:33 ນາທີ ທີມງານໜ່ວຍກູ້ໄພ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີລົດໂມ້ປູນປິ້ນຢູ່ເຂດບ້ານຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ທີມງານກູ້ໄພນະຄອນຫຼວງຈຶ່ງອອກກວດສອບເຫດພົບລົດປິ້ນຂ້າງທາງ ປູນເຮ່ຍໄປຕາມແຄມທາງ ສ່ວນຜູ້ບາດເຈັບພົນລະເມືອງດີໄດ້ນຳໂຕສົ່ງໂຮງໝໍກ່ອນ ໜ່ວຍກູ້ໄພ ໄປຮອດຈຸດເກີດເຫດ . ສໍາລັບອຸບັດຕິເຫດໃນຄັ້ງນີ້ ໂຊກດີບໍ່ມີຜູ້ເສຍຊີວິດ ຫຼື ມີການກະທົບໃສ້ລົດຄັນອື່ນແລ່ນສວນມາ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment