ໂລກລະບາດ ງົວ-ຄວາຍຕາຍ ຫຼາຍໂຕ ທີ່ແຂວງວຽງຈັນ
ເມື່ອບໍ່ດົນມານີ້, ປະຊາຊົນທ້ອງຖິ່ນແຂວງວຽງຈັນ ໄດ້ລາຍງານວ່າ: ເກີດເຫດງົວຕາຍເປັນຝູງຈໍານວນ 10 ໂຕຢູ່ເຂດບ້ານ ແສນຈະເລີນ ແລະ ບ້ານໃກ້ຄຽງ ຢູ່ ເມືອງ ຊະນະຄາມ, ໂດຍບໍ່ຮູ້ສາເຫດ, ສ້າງຄວາມເສຍຫາຍໃຫ້ປະຊາຊົນ ເປັນຈຳນວນບໍ່ໜ້ອຍ ແລະ ຫລັງຈາກນັ້ນຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ກໍໄດ້ລົງກວດກາ ແລະ ນຳເອົາຊີ້ນສ່ວນຂອງສັດໄປກວດກາ ແລະ ຢັ້ງຢືນວ່າ: ສາເຫດງົວຕາຍຈຳນວນດັ່ງກ່າວແມ່ນຍ້ອນ ພະຍາດເຕົ້າໂຮມເລືອດ, ຊຶ່ງປັດຈຸບັນໜ່ວຍງານກ່ຽວຂ້ອງ ໄດ້ເລັ່ງໂຄສະນາແນະນຳໃຫ້ປະຊາຊົນສັກຢາປ້ອງກັນ ແລະ ອອກແຈ້ງການຫ້າມເຄື່ອນຍ້າຍ ແລະ ບໍລິໂພກຊີ້ນງົວ, ຄວາຍທີ່ຕາຍ ເນື່ອງຈາກອາດເກີດພະຍາດຕິດຕໍ່ສູ່ຄົນໄດ້.
ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງດັ່ງກ່າວ ເປີດເຜີຍວ່າ: ເມື່ອທ້າຍອາທິດຜ່ານມານີ້, ມີຄອບຄົວໜຶ່ງຢູ່ບ້ານ ນາສົມບູນ, ໄດ້ຂ້າງົວຂອງຕົນເອງຊຶ່ງບໍ່ຮູ້ວ່າສັດດັ່ງກ່າວເປັນພະຍາດ ຫລືບໍ່? ແລ້ວນຳມາບໍລິໂພກ ຈາກນັ້ນ ໄດ້ເກີດມີການແຜ່ລະບາດຂອງພະຍາດດັ່ງກ່າວ ຢູ່ບ້ານໃກ້ຄຽງເປັນຈຳນວນຫລາຍຄື: ບ້ານ ໂພນສະຫວາດ, ບ້ານ ແສນຈະເລີນ ແລະ ບ້ານອື່ນໆ ເຮັດໃຫ້ມີສັດລ້ຽງຄື: ງົວ, ຄວາຍ ລົ້ມຕາຍ ເປັນຈຳນວນຫລາຍ, ແລະ ຜ່ານການ ລົງກວດກາ ຈຶ່ງຮູ້ວ່າແມ່ນຍ້ອນພະຍາດເຕົ້າໂຮມເລືອດ, ຊຶ່ງກ່ອນໜ້ານີ້ 2 ປີ, ພະຍາດດັ່ງກ່າວກໍໄດ້ເກີດຂຶ້ນຢູ່ເມືອງລ້ອງຊານມາແລ້ວ, ເຮັດໃຫ້ມີສັດລົ້ມຕາຍກ່ວາ 20 ໂຕ, ແລະ ເປັນພະຍາດທີ່ມັກເກີດຕາມລະດູ
ສະນັ້ນ ຈຶ່ງຮຽກຮ້ອງໃຫ້ປະຊາຊົນຈົ່ງໄດ້ລະວັງ ແລະ ເພີ່ມທະວີໃນການປ້ອງກັນຄື ການສັກຢາກັນພະຍາດສັດໃຫ້ເປັນປະຈຳ ແລະ ບໍ່ຄວນປະປ່ອຍໃຫ້ສັດໄປຕາມລຳພັງ ແລະ ຫ້າມນຳເອົາຊີ້ນສັດຕາຍມາກິນເດັດຂາດ, ອາດພາໃຫ້ເກີດພະຍາດແຜ່ລາມສູ່ຄົນໄດ້.
ແຫຼ່ງທີ່ມາ: ໜັງສືພິມລາວພັດທະນາ
_____
Post a Comment