ເຕືອນໄພອັນຕະລາຍ ຈຸດເສັ້ນທາງ ທີ່ບ້ານນາເຮ້ຍ ເມືອງວຽງໄຊ ຖືກຕັດຂາດ
ແຂວງຫົວພັນ : ອີງຕາມການລາຍຈາກປະຊາຊົນ ວ່າວັນທີ 31 ພຶດສະພາ 2018 ນີ້ເສັ້ນທາງ ບ້ານນາເຮ້ຍ ເມືອງວຽງໄຊ ແຂວງຫົວພັນ ແມ່ນຖືກຕັດຂາດ ສາເຫດແມ່ນຍ້ອນຢູ່ລະຫວ່າງການສ້ອມແປງ ແລະ ຝົນຕົກລົງມາເຮັດໃຫ້ເສັ້ນທາງຖືກນໍ້າເຊາະ.
ສໍາລັບທ່ານໃດມີຄວາມຈໍາເປັນຕ້ອງໃຊ້ເສັ້ນທາງສາຍນີ້ ໃຫ້ລະມັດລະວັງ ແລະ ຂັບຂີ່ຢ່າງມີສະຕີ ພ້ອມກັບກວດສອບສະພາບລົດ, ສະພາບດິນຟ້າອາການ ແລະ ສະພາບຮ່າງກາຍກ່ອນອອກເດິນທາງສະເໝີ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment