ໂຈນໃຈບາບ !! ທຳຮ້າຍຜູ້ເຖົ້າຢູ່ເຮືອນຂະນະນອນພັກຜ່ອນ ເພື່ອປຸ້ນເອົາຄຳ
ແຂວງ ສະຫວັນນະເຂດ: ວັນທີ 27 ພືດສະພາ 2018 ເວລາປະມານ 11:15 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີຄົນຕີປຸ້ນເອົາຄຳ ຜູ້ເຖົ້າ ນອນຍູ່ເຮືອນທີ່ເຂດບ້ານ ໄຊຍະພູມ ນະຄອນໄກສອນ ແຂວງສະຫວັນນະເຂດ
ໃນຈຸດເກີດເຫດທາງທິມງານໄດ້ເຂົ້າຊ່ວຍເຫລືອຜູ້ເຖົ້າທີ່ນອນຢູ່ເຮືອນ ຖືກຄົນຮ້າຍເຂົ້າມາປຸ້ນເອົາຄຳ ໄດ້ທັງຫມົດ 5 ບາດ ເປັນສາຍແຂນ . ໃນຈຸດເກີດເຫດພົບຜູ້ບາດເຈັບ1ຄົນເປັນຍີງສູງອາຍຸ ມີອາການຫົວແຕກ ແລະ ບາດແຜທີ່ແຂນ. ສະນັ້ນທາງທີມງານໜ່ວຍກູ້ໄພໄດ້ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງຫມໍ ແຂວງສະຫວັນນະເຂດ. ສ່ວນຄະດີ ທາງເຈົ້າຫນ້າທີ່ກຳລັງນຳຈັບຜູ້ກະທຳຜິດມາດຳເນີນຄະດີຕໍ່ໄປ.
ອຸປະຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສິນໂທ 020 28285454 , 020 98985454 ຕະຫລອດ24ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ໄພ ສະຫວັນນະເຂດ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment