ເຫດຄົນນອນເສຍຊີວິດຍັງບໍ່ຮູ້ສາເຫດ ທີ່ບ້ານ ໂພນຊາຍ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ
ແຂວງ ສະຫວັນນະເຂດ : ວັນທີ11 ມີຖຸນາ 2018 ເວລາ 19:30 ນາທີ ໜ່ວຍກູ້ໄພສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີເຫດຄົນນອນເສຍຊີວິດທີ່ເຂດບ້ານ ໂພນຊາຍ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.
ໃນຈຸດເກີດເຫດພົບສົບຜູ້ເສຍຊີວິດ1ຄົນ ເປັນເພດຊາຍ ນອນຫົ່ມຜ້າ ອາຍຸປະມານ 20 ກວ່າປີ ກາຍຍະພາບສົບແມ່ນ ມີກີນເຫມັນ ໄຂ່ບວມ ເປື່ອຍ ແລະ ຄາດເສຍຊີວິດ ກວ່າປະມານ 3-4ມື້ ໂດຍຍັງບໍ່ຮູ້ສາເຫດການເສຍຊີວິດ. ສໍາລັບສຳເນົາຄະດີ ສາເຫດການເສຍຊີວິດ ແມ່ນທາງເຈົ້າຫນ້າທີ່ທີ່ກ່ຽວຂ້ອງກຳລັງສືບສວນ ສອບສວນຕໍ່ໄປ ສົບຜູ້ເສຍຊີວິດ
ອຸປະຕິເຫດ ເຈັບປ່ວຍແຈ້ງເຫດສຸກເສິນ ໂທ 020 98985454; 020 28285454 ຕະຫລອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ຊີບ ກູ້ໄພ ສະຫວັນນະເຂດ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment