ອຸບັດຕິເຫດລົດພ່ວງຕຳປະສານງານກັບລົດກະບະເສຍຊີວິດ 1 ຄົນທີ່ໃນຈຸດເກີດເຫດ
ນະຄອນຫຼວງວຽງຈັນ : ວັນສຸກ ວັນທີ15/06/2018 ເວລາ 19:08ນາທີ ໄດ້ມີອຸບັດຕິເຫດລົດພ່ວງຕຳປະສານງານກັບລົດກະບະ ເຂດບ້ານນາຄູນນ້ອຍຫາຂົວນໍ້າເຄັມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດພ່ວງຕໍາປະສານງານລົດໃຫຍ່ ແລະ ມີຄົນຕິດພາຍໃນບໍ່ສາມາດງັດອອກມາໄດ້ . ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຈີນໄດ້ໃສ່ເຄື່ອງຕັກຖາງແລະເຄື່ອງງັດ ເພື່ອເອົາຄົນອອກມາ ມີຜູ້ບາດເຈັບຈຳນວນ1ຄົນເປັນເພດຊາຍ ໂດຍອາການເບື້ອງຕົ້ນແມ່ນ:ຂາຫັກເປີດໃຫຍ່ເບື້ອງຊ້າຍ, ມີແຜທະຫຼອກແຂນຂາ ແລະ ຊີບພະຈອນເຕັ້ນຕໍ່າ. ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລະໃຫ້ອົກຊີ(ແລ້ວຟ້າວນຳສົ່ງຜູ້ບາດເຈັບໄປໂຮງຫມໍມິດຕະພາບ)ຜູ້ບາດເຈັບທົນພິດບາດເເຜບໍ່ໄຫວພ້ອມຊີບພະຈອນຢຸດເຕັ້ນແລະເສຍຊີວິດຕໍ່ມາທີ່ໂຮງໝໍ.
ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າຜູ້ເສຍຊີວິດແມ່ນ ຊື່ ທ້າວ ເພັດອຸດອນ ອາຍຸ 50 ປີ ຢູ່ບ້ານນາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໜ່ວຍກູ້ໄພຈື່ງໄດ້ຫໍ ເເລະ ນຳສົ່ງວັດບ້ານນາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອໃຫ້ຍາດພີ່ນ້ອງໄດ້ປະຕິບັດຕາມສາດສະໜາຕໍ່ໄປ.
ພົບອຸບັດຕິເຫດຕາມທ້ອງຖະໜົນ ແລະ ຜູ້ປ່ວຍສຸກເສີນໂທແຈ້ງ1628ໄດ້ 24 ຊົ່ວໂມ
ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຈີນ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment