ສີສະເກດ ເອຟຊີ ຄວ້າ ສຸອາພອນ ວົງຈຽງຄຳເສີມແນວບຸກໃຫ້ທີມ
ມື້ນີ້ tonamchanews.com ພາມາອັບເດດນັກເຕະລາວທີ່ໄປຄ້າແຂ່ງນອກປະເທດ ເຊິ່ງໜື່ງໃນນັ້ນແມ່ນ ສຸອາພອນ ວົງຈຽງຄຳ ໂດຍຂ່າວກນເຄື່ອນໄຫວຫຼ່າສຸດແມ່ນ ທາງສະໂມສອນສີສະເກດ ເອຟຊີ ທີມອັນດັບ 10 ຂອງໄທລີກ 2 ຄວ້າຕົວ ສຸພາພອນ ວົງຈຽງຄຳ ຫຼື ທີ່ຮູ້ຈັກກັນໃນນັກເຕະປຽບທຽບວ່າເປັນ ເມສຊີລາວ ເພື່ອເສີມແນວບຸກໃຫ້ທີມເປັນທີ່ຮຽບຮ້ອຍແລ້ວ ດ້ວຍໂຄຕ້າອາຊຽນ ໂດຍຈະໃສ່ເສື້ອເບີໝາຍເລກ 7 ພ້ອມລົງສະໜາມຮ່ວມທີມໃນທ້າຍອາທິດນີ້ (ວັນອາທິດທີ 24 ມິຖຸນາ 2018)ໂດຍ ສີສະເກດ ເອຟຊີ ຈະພົບກັບລະຍອງ
ສຸອາພອນ ວົງຈຽງຄຳ ປັດຈຸບັນອາຍຸ 26 ປີ ຫຼິ້ນໄດ້ທັງກອງໜ້າ ແລະ ຕົວແຄມເສັ້ນ ໂດຍມີຈຸດເດັ່ນຄືຄວາມໄວ ແລະ ທັກສະທີ່ດີເລີດ ເຄີຍເດີນທາງມາຄ້າແຂ່ງໃນລີກໄທຫຼາຍສະໂມສອນເຊັ່ນ: ສະໂມສອນ ບີອີຊີ ເທໂຣສາສະນະ, ກະບີ່ ເອຟຊີ, ພິດສະນຸໂລກ ເອຟຊີ, ແລະ ກັລຟ໌ ສະລະບູລີ ເອຟຊີ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment