ຈັບໄດ້ແລ້ວ! ຄົນຮ້າຍທີ່ໃຊ້ປືນຍິງເດັກນ້ອຍນັກຮຽນ ອາຍຸ 13 ປີ ຢູ່ບ້ານ ພູແຊວ ເມືອງພູກູດ ແຂວງຊຽງຂວາງ
ອີງຕາມການລາຍງານຂອງ ນັກຂ່າວ ປກສ ແຂວງຊຽງຂວາງ : ວ່າເຈົ້າໜ້ທີ່ໄດ້ຈັບຄົນຮ້າຍທີ່ໃຊ້ປືນຍິງເດັກນ້ອຍນັກຮຽນ ອາຍຸ 13 ປີ ຢູ່ບ້ານ ພູແຊວ ເມືອງພູກູດ ແຂວງຊຽງຂວາງ ຄົນຮ້າຍ ໂດຍແມ່ນ ທ້າວ ຊຽງແປ້ງ ອາຍຸ 22 ປີ ປະຊາຊົນ ຢູ່ບ້ານດຽວກັນ. ສໍາລັບ ສາເຫດທີ່ຍີງ ແມ່ນມີຄວາມຄຽດແຄ້ນໃຫ້ຄົນທີ່ໃຊ້ມີດແທງຕີນລົດຈັກຈຳນວນ 9 ຄັນ ທີ່ພວກກ່ຽວໄປຊອກດອກເຜີ້ງຢູ່ເທີງພູ ຜູ້ກ່ຽວຈື່ງໄດ້ໃຊ້ປືນແກບປະກອບສ້າງຍີງເດັກນັກຮຽນເພື່ອແກ້ຄວາມແຄ້ນ . ເຫດດັ່ງກ່າວແມ່ນເກີດຂື້ນໃນວັນທີ 10 ພຶດສະພາ 2018 ໃນຂະນະທີ່ເດັກນັກຮຽນຍ່າງໄປໂຮງຮຽນ ເຮັດໃຫ້ເດັກນັກຮຽນຍິງ 1 ຄົນ ໄດ້ຮັບບາດເຈັບສາຫັດ ປະຈຸບັນອາການເດັກນ້ອນຄົນດັ່ງກ່າວແມ່ນປອດໄພດີແລ້ວ.
ພາບ ແລະ ຂ່າວ : ນັກຂ່າວ ປກສ ແຂວງຊຽງຂວາງ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment