ອຸບັດຕິເຫດລົດຮຸນໃດບັນທຸກເຄື່ອງເສຍຫຼັກປີ້ນບາດເຈັບສາຫັດ 1 ຄົນ
ອີງຕາມການລາຍງານຂອງ ໜ່ວຍກູ້ໄພແຂວງຄໍາມ່ວນວ່າ: ໃນວັນທີ 27 ມິຖຸນາ 2018 ເວລາ 17:50 ນາທີ ໄດ້ມີອຸບັດຕິເຫດລົດຮຸນໃດເສຍຫຼັກປີ້ນ ຢູ່ເສັ້ນທາງໂຮງງານເກືອກາລີ- ດົງໄຕ້ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງອຸບັດຕິດເຫດດັ່ງກ່າວສົ່ງຜົນໃຫ້ມີຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ໂດຍມີອາການໝົດສະຕິປຸກເເລ້ວຕື່ນ,ແຂນຊ້າຍສີກຂາດໃຫຍ່ ແລະ ມີບາດແຜຖະຫຼອກຕາມໃບໜ້າ-ແຂນ.
ຫນ່ວຍກູ້ໄພໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວໄປໂຮງໝໍ ແຂວງຄຳມ່ວນ ລົດສຸກເສີນ 001ນຳສົ່ງ
ສາຍດ່ວນ 1624 ໂທຟຣີ ບໍລິການຟຣີ 24ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ໄພແຂວງຄໍາມ່ວນ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment