Header Ads

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018 ຮັບຮອງເອົາ 4 ເອກະສານສໍາຄັນ



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ມິຖຸນາ 2018 ໄດ້ດໍາເນີນມາເປັນເວລາ 2 ວັນຄື: ວັນທີ 25-26 ມິຖຸນາ 2018 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ; ສະມາຊິກລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.




ກອງປະຊຸມລັດຖະບານໃນຄັ້ງນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນປຶກສາຫາລື, ປະກອບຄໍາເຫັນ ແລະ ເຫັນດີເປັນເອກະພາບ ຮັບຮອງເອົາ 04 ເອກະສານສໍາຄັນ ທີ່ຕິດພັນກັບການກະຕຸ້ນເສດຖະກິດ ຄື: 

1. ການຈັດຕັ້ງຜັນຂະຫຍາຍ 8 ມາດຕະການ ເພື່ອສະກັດກັ້ນໄພເງິນເຟີ້ ດ້ວຍການຄຸ້ມຄອງລາຄາສິນຄ້າ;
2. ການກະຕຸ້ນເສດຖະກິດ; 
3. ການພັດທະນາລັດວິສາຫະກິດ, ສະຫະກອນຮູບແບບໃໝ່
4. ການສົ່ງເສີມການຜະລິດລະດູຝົນ. 

ກ່ຽວກັບມາດຕະການກະຕຸ້ນເສດຖະກິດ ທີ່ເປັນທິດນຳຂອງລັດຖະບານ ທີ່ໄດ້ສະເໜີຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ແລະ ໃນກອງປະຊຸມ ເທື່ອທີ່ 5 ແຕ່ຕົ້ນເດືອນຜ່ານມານີ້, ລັດຖະບານ ກໍ່ໄດ້ຢືນຢັນ, ເພີ່ມເຕີມທິດທາງ ແລະ ມາດຕະການແກ້ໄຂບັນຫາເສດຖະກິດ ທີ່ມີລັກສະນະລົງເລິກ ແລະ ກຳນົດວິທີການ ຕົວຈິງໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນກວ່າເກົ່າ ໃນການກະຕຸ້ນເສດຖະກິດ ທີ່ຈະປະຕິບັດ ໃນ 6 ເດືອນຕໍ່ໜ້າ ດັ່ງນີ້: 

I. ສຶບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດດໍາລັດ ສະບັບເລກທີ 397 ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດປະຈໍາປີ 2018:
 - ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ, ທິດທາງ ແລະ ວຽກຈຸດສຸມ ທີ່ກຳນົດໃນດຳລັດດັ່ງກ່າວ ໃຫ້ມີປະສິດທິຜົນ, ໃນນັ້ນໄດ້ກໍານົດແຈ້ງບົດບາດໜ້າທີ່ຂອງແຕ່ລະຂະແໜງ ທີ່ຈະເປັນເຈົ້າການຮັບຜິດຊອບຈັດຕັ້ງປະຕິ ບັດຢ່າງເອົາຈິງເອົາຈັງ;
 - ລົງເລິກແກ້ໄຂບັນດາຂໍ້ຄົງຄ້າງ ແລະ ວຽກທີ່ຍັງຄ້າງຄາທີ່ຖອດຖອນໄດ້ໃນໄລຍະ 6 ເດືອນຕົ້ນປີ.

II. ຈັດຕັ້ງປະຕິບັດ 8 ມາດຕະການກະຕູ້ນເສດຖະກິດ ທີ່ລັດຖະບານໄດ້ສະເໜີຕໍ່ກອງປະຊຸມສະ ພາແຫ່ງຊາດ ສະໄໝສາມັນເທື່ອທີ່ 5 ຂອງສະພາແຫ່ງຊາດຊຸດທີ່ 8.

ມາດຕະການທີ 1: ສະກັດກັ້ນໄພເງິນເຟີ້ ແລະ ປັບປຸງນະໂຍບາຍເງິນຕາ

- ຄວບຄຸມປະລິມານເງິນອອກສູ່ຂອດຈໍລະຈອນ (M2) ໃຫ້ເພີ່ມຂຶ້ນຢູ່ໃນລະດັບທີ່ເໝາະສົມ; 
- ນໍາໃຊ້ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ;
- ຕິດຕາມກວດກາການເຄື່ອນໄຫວທຸລະກິດ ຂອງຮ້ານແລກປ່ຽນເງິນຕາຢ່າງເຂັ້ມງວດ ເພື່ອຈຳກັດຊ່ອງຫວ່າງ ແລະ ປະກົດການຫຍໍ້ທໍ້ຕ່າງໆ;
- ເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ໂດຍການຊຸກຍູ້ອຳນວຍຄວາມສະດວກ ແລະ ຊ່ວຍເຫຼືອ ໃຫ້ມີການຜະລິດເພື່ອສົ່ງອອກ ແລະ ສົ່ງເສີມຊຳລະສະສາງຜ່ານລະບົບທະນາຄານ ໃຫ້ຫຼາຍຂຶ້ນ;
- ຄົ້ນຄວ້າກຳນົດສ່ວນຕ່າງຂອງອັດຕາດອກເບັ້ຍເງິນຝາກ ແລະ ເງິນກູ້ ໃຫ້ແທດເໝາະກັບຕະ ຫຼາດຕົວຈິງ ພ້ອມທັງຄວບຄຸມສ່ວນຕ່າງອັດຕາແລກປ່ຽນ ລະຫວ່າງທະນາຄານ ແລະ ອັດຕາຕະຫຼາດ ທີ່ຍັບຫ່າງກັນອອກຮອດ 2% ; 
- ເອົາໃຈໃສ່ພັດທະນາຕະຫຼາດທຶນ ແລະ ຊຸກຍູ້ຕະຫຼາດຫຼັກຊັບລາວ ໃຫ້ຂະຫຍາຍຕົວ ເພື່ອລະດົມທຶນ ແລະ ມີການເຄື່ອນໄຫວທຸລະກຳຫຼາຍຂຶ້ນ.
- ຄົ້ນຄວ້າປະກອບທຶນໃຫ້ທະນາຄານລັດໃຫ້ຄົບຕາມເງື່ອນໄຂ ແລະ ມາດຖານ ກ່ອນການຊອກຫາຄູ່ຮ່ວມທຶນ ໃນການດຳເນີນກິດຈະການ.
- ກຳນົດໂຄງປະກອບລາຄານ້ຳມັນໃຫ້ເໝາະສົມ ແລະ ສອດຄ່ອງສະພາບຕົວຈິງ. ພ້ອມທັງສົ່ງເສີມການຜະລິດ ແລະ ນຳໃຊ້ພະລັງງານທາງເລືອກໃຫ້ຫຼາຍຂຶ້ນ;
  • ກວດກາ ແລະ ດັດປັບລາຄາສິນຄ້າທີ່ມີຜົນກະທົບໄວຕໍ່ການດຳລົງຊີວິດ ແລະ ການເຄື່ອນໄຫວຜະລິດທຸລະກິດ ໃຫ້ເໝາະສົມ, ຄົ້ນຄວ້າໂຄງປະກອບສິນຄ້າສະບຽງອາຫານ, ການຂົນສົ່ງ ແລະ ອື່ນໆ.

ມາດຕະການທີ 2: ປັບປຸງສະພາບແວດລ້ອມ ແລະ ອໍານວຍຄວາມສະດວກໃນການດຳເນີນທຸລະກິດ

- ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 02/ນຍ ໃຫ້ຈັດຕັ້ງປະຕິບັດຢ່າງເຄັ່ງຄັດ [ຕ້ອງແກ້ຂັ້ນຕອນ ແລະ ກົນໄກປະສານງານ, ປັບປຸງຂັ້ນຕອນການອະນຸມັດການລົງທຶນ, ການນຳເຂົ້າ, ການສົ່ງ ອອກ ແລະ ການເຄື່ອນໄຫວທຸລະກິດຕ່າງໆ ທີ່ຖຶກກົດໝາຍ ແລະ ລະບຽບການໃຫ້ໄວຂຶ້ນ];
- ແກ້ໄຂຈຸດຄົງຄ້າງຂອງບັນດາໂຄງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບການອະນຸມັດໄປແລ້ວໄດ້ສາມາດເຄື່ອນໄຫວໄດ້ໄວ, ເປັນປົກກະຕິ ແລະ ມີປະສິດທິຜົນສູງ. ໂດຍສະ ເພາະໃຫ້ສ້າງເງື່ອນໄຂສະດວກໃນການເຄື່ອນໄຫວທຸ ລະກິດ;
- ຕັດຂັ້ນຕອນ, ຂອດຂັ້ນ ທີ່ບໍ່ຈຳເປັນ ແລະ ເວລາໃນການອະນຸມັດໃຫ້ສັ້ນລົງ ໂດຍຜ່ານກົນໄກປະຕູດຽວ;
- ປະເມີນຜົນການຈັດຕັ້ງປະຕິບັດ ກົນໄກປະຕູດຽວເປັນແຕ່ລະໄລຍະ; ພ້ອມທັງ ປະຕິບັດກົນໄກການລາຍງານຄວາມຄືບໜ້າຕໍ່ກອງປະຊຸມ ຄລທ ປະຈຳ 3 ເດືອນ, 6 ເດືອນ ແລະ 1 ປີ ເພື່ອມີທິດຊີ້ນຳ ແລະ ຕັດສິນບັນຫາໄດ້ຢ່າງທັນການ;
- ແກ້ໄຂບັນຫາດ້ານກົນໄກການສະໜອງ ແລະ ຕົ້ນທຶນຂອງການປະກອບການທີ່ພົວພັນກັບຄວາມສະ ຖຽນ ແລະ ການຮົ່ວໄຫຼໄຟຟ້າ, ລະບົບນ້ໍາປະປາ, ລະບົບບໍາບັດສິ່ງເສດເຫຼືອ, ການຂົນສົ່ງ ແລະ ອື່ນໆ;
- ຊຸກຍູ້ການລົງທຶນ ທີ່ລັດຖະບານໄດ້ອະນຸມັດໃນເຂດພັດທະນາໃໝ່ ໃຫ້ໄດ້ເລີ່ມປະຕິບັດໂຄງການໄວ ແລະ ຊ່ວຍຊຸກຍູ້ການລົງທຶນໃນເຂດເສດຖະກິດພິເສດ ທີ່ໄດ້ລົງທຶນແລ້ວໃຫ້ສາມາດເຄື່ອນໄຫວ ຕາມແຜນລົງທຶນທີ່ລັດຖະບານໄດ້ອະນຸມັດ.

ມາດຕະການທີ 3: ສືບຕໍ່ແກ້ໄຂໜີ້ສິນພາຍໃນ

- ສືບຕໍ່ແກ້ໄຂໜີ້ສິນ 3 ແຈທີ່ຍັງຄ້າງຄາໃຫ້ສຳເລັດໂດຍໄວ ດ້ວຍການລະດົມໃຫ້ທະນາ ຄານທຸລະກິດ ມີຄວາມເຊື່ອໝັ້ນ; ເປັນເຈົ້າການປະຕິບັດພັນທະຂອງຕົນ ປະກອບສ່ວນປະຕິບັດນະໂຍບາຍຂອງລັດຖະບານ ເພື່ອພັດ ທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມ ແຂງ ແລະ ຮັບເອົາເງື່ອນໄຂພັນທະລັດຖະບານ;
- ຄົ້ນຄວ້າວິທີການ ແລະ ຮູບການຊຳລະໜີ້ແຕ່ນີ້ຫາ 2020 ໂດຍສຸມໃສ່ແກ້ໂຄງການໃນແຜນ ທີ່ປະຕິບັດສຳເລັດ 100% ຕ້ອງສ້າງເປັນແຜນຊຳລະໜີ້ຢ່າງຄັກແນ່ ແລະ ກວດ ກາມູນຄ່າໂຄງການໃຫ້ຖືກຕ້ອງ;
- ຄົ້ນຄວ້າ ແລະ ສ້າງນິຕິກຳ ເພື່ອອະນຸຍາດໃຫ້ບໍລິສັດພາຍໃນ (ເປັນຕົ້ນບໍລິສັດໄຟຟ້າລາວ) ສາມາດລະດົມທຶນຜ່ານພັດທະບັດພາຍນອກໄດ້;
- ຄົ້ນຄວ້າແຫຼ່ງທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍແກ້ໄຂສະພາບຄ່ອງທາງດ້ານການເງິນແກ່ບໍລິ ສັດພາຍໃນ ທີ່ລັດຖະບານເປັນໜີ້ຫຼາຍ.
 - ຄົ້ນຄວ້າມາດຕະການ ຊ່ວຍແກ້ໄຂໜີ້ສິນ ແລະ ຄວາມຫຍຸ້ງຍາກ ຂອງບໍລິສັດເອກະຊົນ ທີ່ເຫັນວ່າເປັນທ່າ ແຮງຕໍ່ເສດຖະກິດແບບມີຈຸດສຸມ;

ມາດຕະການທີ 4: ມາດຕະການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ
ວຽກງານລາຍຮັບ :

- ກວດຄືນຖານລາຍຮັບຕົ້ນຕໍ ທີ່ມີແລ້ວໃຫ້ຄົບຖ້ວນ ເປັນຕົ້ນເລັ່ງທວງບັນດາຫົວໜ່ວຍທຸລະກິດ ທີ່ມີໜີ້ຄ້າງມອບ ໃຫ້ປະຕິບັດພັນທະຕາມກົດໝາຍ ແລະ ລະບຽບການຢ່າງເຄັ່ງຄັດ;
- ຄົ້ນຄວ້າຄືນນະໂຍບາຍຍົກເວັ້ນອາກອນມູນຄ່າເພີ່ມ ສຳລັບທຸລະກິດທີ່ບໍ່ທັນສອດຄ່ອງ ເປັນຕົ້ນ ທຸລະກິດຂຸດຄົ້ນ ແລະ ສົ່ງອອກແຮ່ທາດ, ໂຄງການພະລັງງານໄຟຟ້າ, ໂຄງ ການກໍ່ສ້າງທາງລົດໄຟ ແລະ ໂຄງການລົງທຶນຂະໜາດໃຫຍ່ອື່ນໆ ໂດຍອີງໃສ່ປະລິມານ ແລະ ມູນຄ່າຕົວຈິງ ເພື່ອໃຫ້ມອບພັນທະດ້ານອາກອນ ແລະ ຄ່າທຳນຽມຕ່າງໆໃຫ້ຖືກຕ້ອງ ແລະ ຄົບຖ້ວນ. ເພາະວ່າຜູ້ຮັບເໝົາກໍ່ສ້າງ ບໍ່ແມ່ນຜູ້ມາລົງທຶນຕາມກົດໝາຍສົ່ງເສີມການລົງທຶນ, ຈຶ່ງບໍ່ໃຫ້ຍົກເວັ້ນການເກັບອາກອນປະເພດຕ່າງໆ ຕາມກົດໝາຍ;
- ສືບຕໍ່ຊຸກຍູ້ການເກັບຄ່າທຳນຽມທາງ ໂດຍຜ່ານລະບົບທະນາຄານ ແລະ ຜ່ານມືຖື ໃຫ້ທົ່ວເຖິງຄົບຖ້ວນກວ່າເກົ່າ ພ້ອມນັ້ນກໍ່ໃຫ້ຂະຫຍາຍໄປສູ່ການເກັບອາກອນປະເພດ ອື່ນໆ (ພາສີທີ່ດິນ) ທີ່ສາມາດຈັດຕັ້ງປະຕິບັດໄດ້ໄວ;
- ຕິດຕັ້ງອຸປະກອນເຄື່ອງມືທີ່ທັນສະໄໝໃນການເກັບພາສີ, ອາກອນຂັ້ນສູນກາງຮັບຜິດ ຊອບ ແລະ ບັນດາແຂວງຕ່າງໆ ໃນທົ່ວປະເທດ ລວມທັງດ່ານສາກົນ ແລະ ທ້ອງຖິ່ນ ພ້ອມທັງຍົກລະດັບຄວາມສາມາດຂອງພະນັກງານໃນການຄຸ້ມຄອງ ແລະ ເກັບລາຍຮັບຢ່າງເປັນລະບົບຮັດກຸມ ແລະ ສາມາດກວດສອບໄດ້;
- ກວດກາຄືນບັນດາໂຄງການລົງທຶນ ທີ່ຍົກເວັ້ນພາສີອາກອນ ໂດຍສະເພາະແມ່ນ ໂຄງການທີ່ຍັງໄດ້ຮັບການຍົກເວັ້ນພາຍຫຼັງສິ້ນສຸດການກໍ່ສ້າງ ແລະ ອື່ນໆ ໃຫ້ຖຶກຕ້ອງ ແລະ ສອດຄ່ອງ;
- ຄຸ້ມຄອງການນຳເຂົ້ານ້ຳມັນເຊື້ອໄຟ ໂດຍການປັບປຸງລະບົບຕິດຕາມຕົວຈິງ ແຜນການນຳເຂົ້າຂອງບັນດາບໍ ລິສັດຕ່າງໆ ໃຫ້ດີຂຶ້ນກວ່າເກົ່າ, ໂດຍປະສານສົມທົບກັບອົງການພາສີຂອງປະເທດຕົ້ນທາງ ເພື່ອເກັບກຳຈຳນວນນຳເຂົ້າຕົວຈິງ;
- ສືບຕໍ່ແກ້ໄຂລົດນຳເຂົ້າທີ່ບໍ່ຖືກຕ້ອງຈຳນວນທີ່ຍັງເຫຼືອ ໃຫ້ຫັນມາປະຕິບັດຖຶກຕ້ອງຕາມ  ກົດໝາຍ;
- ປັບປຸງກົນໄກ ແລະ ລະບຽບການຕ່າງໆ ກ່ຽວກັບຄ່າບໍລິການທາງດ້ານວິຊາການ ແລະ ກອງທຶນ ໃຫ້ສອດຄ່ອງກັບກົດໝາຍ, ລວມສູນ ແລະ ສະດວກວ່ອງໄວ;

ວຽກງານລາຍຈ່າຍ :

- ຄົ້ນຄວ້າມາດຕະການຫຼຸດລາຍຈ່າຍ ທີ່ບໍ່ຈຳເປັນຂອງຂະແໜງການ ແລະ ທ້ອງຖິ່ນ ທີ່ຄາດວ່າການເກັບລາຍຮັບຈະບໍ່ບັນລຸໄດ້ຕາມແຜນການ;
- ປະຕິບັດ ແລະ ຜັນຂະຫຍາຍຄຳສັ່ງ ສະບັບເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານລັດ ໃຫ້ເປັນຮູບປະທຳ ແລະ ໄດ້ຮັບຜົນດີ;
- ກວດສອບກວດກາລາຍຈ່າຍທີ່ມີລັກສະນະຊ້ຳຊ້ອນ ແລະ ບໍ່ຖືກເປົ້າໝາຍ, ທັງບໍ່ມີປະສິດທິຜົນ, ກວດ ກາຫຼັງການຈ່າຍງົບປະມານ ໃນແຕ່ລະໄລຍະຢ່າງເຂັ້ມງວດ ແລະ ປົກກະຕິ ເພື່ອຈຳກັດການລະເມີດວິໄນການເງິນໃນການຈ່າຍເກີນແຜນ, ຈ່າຍບໍ່ຖືກເປົ້າໝາຍ ຫຼື ຈ່າຍນອກແຜນ ແລະ ການຈ່າຍອື່ນໆ ທີ່ບໍ່ສອດຄ່ອງກັບກົດໝາຍ;
- ເບີກຈ່າຍເງິນເດືອນ, ເງິນບຳນານ ໃຫ້ທັນເວລາ ພ້ອມທັງຂະຫຍາຍການເບີກຈ່າຍຜ່ານລະບົບທະນາຄານ (ATM) ໃຫ້ກວ້າງຂວາງກວ່າເກົ່າ, 
- ກວດກາຈຳນວນພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດທີ່ປະຕິບັດວຽກງານຕົວຈິງ ຢູ່ໃນກົງຈັກລັດແຕ່ລະຂັ້ນ ເພື່ອໃຫ້ມີການເບີກຈ່າຍເງິນເດືອນທີ່ຖືກຕ້ອງຕາມ ຕົວຈິງ;
- ເດັດຂາດບໍ່ໃຫ້ມີການຈ່າຍລ່ວງໜ້ານອກແຜນງົບປະມານ ໃນລະບົບຄັງເງິນແຫ່ງຊາດ ໃຫ້ບັນດາບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆຢ່າງເດັດຂາດ ;
- ດຳເນີນການກວດກາ ບັນດາໂຄງການລົງທຶນຂອງລັດ ຈຳນວນໜຶ່ງຢ່າງມີຈຸດສຸມ ເພື່ອຫຼຸດຜ່ອນລາຍຈ່າຍທີ່ເຫັນວ່າບໍ່ເໝາະສົມ.
      
ມາດຕະການທີ 5: ການພັດທະນາ  SME ແລະ ການສົ່ງເສີມການຜະລິດ

- ປັບປຸງດຳລັດກອງທຶນສົ່ງເສີມ SME ເພື່ອຍົກລະດັບນະໂຍບາຍ, ກົນໄກ ແລະ ເຄື່ອງມືໃນການພັດທະນາ  SMEs ໃຫ້ມີປະສິດທິຜົນກວ່າເກົ່າ;
- ຄົ້ນຄວ້າ, ຈັດລຽງ ບັນດາຫົວໜ່ວຍ SME ເປັນກຸ່ມ ໃຫ້ບູລິມະສິດແກ່ກຸ່ມທີ່ມີທ່າແຮງ ເພື່ອຊຸກຍູ້ສົ່ງເສີມ;
- ຂະຫຍາຍກອງທຶນ SMEs ແລະ ຊຸກຍູ້ໃຫ້ທະນາຄານທຸລະກິດລັດທີ່ມີຢູ່ ລະດົມທຶນ ເພື່ອສະໜອງສິນເຊື່ອໃຫ້ແກ່  SMEs ທີ່ມີຄວາມອາດສາມາດສູງ ໃນການຜະລິດເປັນສິນຄ້າ ແລະ ດຳເນີນທຸລະກິດ ທີ່ມີປະສິດຜົນ;
- ສະໜອງສິນເຊື່ອທີ່ຈຳເປັນ ໂດຍສະເພາະຈາກທະນາຄານນະໂຍບາຍ ແລະ ທະນາຄານສົ່ງເສີມກະສິກຳ ໃຫ້ແກ່ຄອບຄົວຊາວກະສິກອນ ຫຼື ຜູ້ປະກອບການທີ່ມີຄຸນນະພາບ, ສຸມໃສ່ການປ່ອຍສິນເຊື່ອ ແລະ ພິຈາລະນາດອກເບ້ຍທີ່ເໝາະສົມຕາມລະດູການຜະລິດໃຫ້ແກ່ໂຄງການຜະລິດທີ່ມີປະສິດທິຜົນ;
- ຊຸກຍູ້ການຮຽນຮູ້, ນຳໃຊ້ຄວາມຮູ້ເຕັກນິກ, ເຕັກໂນໂລຊີທີ່ທັນສະໄໝ ແລະ ນະວັດຕະກຳ ເຂົ້າໃນການຜະລິດ ເພື່ອຍົກສູງຄວາມອາດສາມາດແຂ່ງຂັນທຸລະກິດພາຍໃນ;
- ກວດຄືນບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງກີດຂວາງຕ່າງໆ ທີ່ເປັນຕົ້ນທຶນຂອງການຜະລິດ ແລະ ການບໍລິການ ແລະ ຮີບຮ້ອນແກ້ໄຂ ໃຫ້ມີຄວາມຄືບໜ້າໄວ;
- ຈັດຕັ້ງວິຊາການທີ່ມີຄວາມຮູ້ ແລະ ປະສົບການໄປຊ່ວຍແນະນຳທາງດ້ານເຕັກນິກ;
- ສະໜອງແນວພັນ, ປຸ໋ຍ, ວັດຖຸຈຳເປັນ ແລະ ອື່ນໆໃຫ້ພຽງພໍຕາມຄວາມຕ້ອງການໂດຍສະເພາະໃນເຂດຈຸດສຸມສົ່ງອອກເຂົ້າ, ພືດ ແລະ ສັດຕ່າງໆ;
- ສ້ອມແປງລະບົບຊົນລະປະທານບ່ອນທີ່ເປ່ເພ ໃຫ້ສາມາດນຳໃຊ້ ເພື່ອສະໜອງນ້ຳໃຫ້ພຽງພໍຕໍ່ການຜະລິດລະດູແລ້ງ;
- ປ້ອງກັນການລະບາດຂອງສັດຕູພືດ ແລະ ສັດ, ໃຫ້ກຽມງົບປະມານ ແລະ ວັດຖຸຈຳເປັນໃນການຕ້ານແລ້ງຕ້ານຖ້ວມ;
- ກວດກາ, ເຈລະຈາ ແລະ ຫາວິທີແກ້ໄຂຕໍ່ບັນດາມາດຕະການກີ້ດກັ້ນຕ່າງໆ ຂອງການຄ້າຂາຍຊາຍແດນຕໍ່ການສົ່ງອອກສິນຄ້າກະສິກຳຂອງລາວ ກັບປະເທດເພື່ອບ້ານ ເຊັ່ນ : ການສົ່ງອອກໝາກສາລີ, ກາເຟ, ມັນຕົ້ນ, ພືອຜັກ ແລະ ໝາກໄມ້ອື່ນໆ;
- ສ້າງຄຳແນະນຳກ່ຽວກັບນະໂຍບາຍດ້ານພາສີ, ອາກອນມູນຄ່າເພີ່ມ ແລະ ນະໂຍບາຍປິ່ນອ້ອມອື່ນໆ ໃຫ້ລະອຽດ, ຈະແຈ້ງ ແລະ ມີຜົນບັງຄັບໃຊ້ໄວ; 
- ກວດກາ ແລະ  ດັດປັບຄືນບັນດາຕົ້ນທຶນ ທີ່ຕິດພັນກັບການຜະລິດ ເຊັ່ນ: ຄ່າໄຟຟ້າ, ຄ່າຂົນສົ່ງ ແລະ ຄ່າທຳນຽມອື່ນໆ ທີ່ຊາວກະສິກອນ ແລະ ຜູ້ປະກອບການ ຍັງແບກຫາບພາລະຫຼາຍ ເພື່ອຄົ້ນຄ້ວາວິທີການ ແລະ ມາດຕະການແກ້ໄຂໃຫ້ທັນສະພາບການ;
      
ມາດຕະການທີ 6: ປັບປຸງໂຄງສ້າງການລົງທຶນ

- ກວດກາຄືນແຜນລົງທຶນຂອງລັດ ທີ່ຍັງບໍ່ທັນໄດ້ປະຕິບັດ ແລະ ເຫັນວ່າມີປະສິດທິຜົນຕ່ຳ ເພື່ອຫັນທຶນໃສ່ໂຄງການລົງທຶນ ທີ່ມີຄວາມຈຳເປັນ ແລະ ທີ່ມີປະສິດທິຜົນສູງກວ່າ (ໂດຍຜ່ານຂະບວນການສ້າງ ແລະ ປະເມີນໂຄງການກ່ອນເອົາເຂົ້າແຜນຕາມກົດໝາຍ ແລະ ລະບຽບການ);
- ກວດກາມູນຄ່າໂຄງການລົງທຶນຂອງລັດ ທີ່ສູງເກີນຄວາມຈິງ ແລະ ຕັດມູນຄ່າໂຄງການລົງ ເພື່ອປະຢັດງົບປະມານ ແຕ່ສາມາດຮັບປະກັນປະສິດທິຜົນຂອງໂຄງການ;
- ສົ່ງເສີມການລົງທຶນ ຂອງພາກສັງຄົມ ແລະ ທຸລະກິດເຂົ້າໃນການພັດທະນາໂຄງການກໍ່ສ້າງພື້ນຖານໂຄງລ່າງໃນຮູບແບບ BOT ຫຼື PPP ເພື່ອຫຼຸດຜ່ອນພາລະແບກຫາບຂອງລັດ ໃນການກູ້ຢືມ ຫຼື ຈັດສັນງົບປະມານການລົງທຶນ ໃນແຕ່ລະສົກງົບປະມານ;
- ສຶກສາ ແລະ ກຳນົດກອບງົບປະມານ ໂຄງການລົງທຶນລັດ ທີ່ເປັນບູລິມະສິດ ໃຫ້ແກ່ໂຄງການລະດັບຊາດ, ລະດັບຂະແໜງການ ແລະ ທ້ອງຖິ່ນ ພ້ອມທັງຄົ້ນຄວ້າກົນໄກການຄັດເລືອກ ແລະ ຮັບຮອງເອົາໂຄງການລົງທຶນຂອງລັດຄືນໃໝ່ ເພື່ອຮັບປະກັນ ຄວາມໂປ່ງໃສ, ປະສິດທິຜົນທາງດ້ານເສດຖະກິດ ແລະ ແຫຼ່ງທຶນຊໍາລະກ່ອນສະເໜີສະພາແຫ່ງຊາດ;
- ທົບທວນ, ກວດກາ ແລະ ຄົ້ນຄວ້າຄືນ ການນໍາໃຊ້ທຶນຊ່ວຍເຫຼືອ ເພື່ອການພັດທະນາ ເພື່ອຍົກປະສິດທິຜົນຂອງການນຳໃຊ້ທຶນຊ່ວຍເຫຼືອດັ່ງກ່າວໃຫ້ສູງຂຶ້ນ.
  
ມາດຕະການທີ 7: ການຄຸ້ມຄອງທີ່ດິນ ແລະ ການເກັບລາຍຮັບຈາກທີ່ດິນ

- ຮີບຮ້ອນຂຶ້ນບັນຊີ ແລະ ອອກທະບຽນໃບຕາດິນ, ປັບປຸງຂັ້ນຕອນ, ລະບຽບການ, ການປະສານງານ, ກົນໄກການຄຸ້ມຄອງ ແລະ ເກັບລາຍຮັບທີ່ດິນ ໃຫ້ສັ້ນ, ກະທັດຮັດ, ໂປ່ງໄສ ສາມາດກວດສອບໄດ້;
 - ສືບຕໍ່ກວດກາຄືນ ແລະ ແກ້ໄຂການຫັນຊັບສິນເປັນທຶນ ໃນໄລຍະຜ່ານມາ ທີ່ບໍ່ຖືກຕ້ອງກັບ  ກົດໝາຍ, ລະບຽບການ ແລະ ເຮັດໃຫ້ລັດເສຍຜົນປະໂຫຍດ ໃຫ້ສຳເລັດໂດຍໄວ;
- ຫັນການຄຸ້ມຄອງທີ່ດິນ, ການເກັບລາຍຮັບຈາກທີ່ດິນ ໄປສູ່ລະບົບເອເລັກໂຕຼນິກທີ່ທັນສະໄໝ ສາມາດກວດສອບໄດ້ ໂດຍສືບຕໍ່ເຮັດທົດລອງຢູ່ນະຄອນຫຼວງວຽງຈັນ ໃນ 6 ເດືອນທ້າຍປີ ໃຫ້ສໍາເລັດ. ພ້ອມທັງສືບຕໍ່ຖອດຖອນບົດຮຽນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ໄປໃນທົ່ວປະເທດ. 
- ຈັດສັນຄຸ້ມຄອງທີ່ດິນກະສິກຳໃຫ້ລະອຽດ ແລະ ປະເມີນຄືນການສຳປະທານນຳໃຊ້ທີ່ດິນໃນການຜະລິດກະ ສິກຳໄລຍະຜ່ານມາ ເພື່ອໃຫ້ການນຳໃຊ້ມີປະສິດທິຜົນ ແລະ ສອດຄ່ອງກັບຕົວຈິງ;

ມາດຕະການທີ 8: ການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດລະບຽບກົດ ໝາຍ ຢ່າງເຂັ້ມງວດ

- ຕິດຕາມກວດກາ, ຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດ ໃຫ້ຖຶກຕ້ອງຕາມລະບຽບກົດໝາຍ ແລະ ລະ ບຽບການ ເປັນຕົ້ນການລັກລອບຂຸດຄົ້ນ ແລະ ເຄື່ອນຍ້າຍຊັບພະຍາກອນທີ່ບໍ່ຖືກຕ້ອງ; 
- ກວດກາການປະຕິບັດລາຍຮັບຢູ່ທ້ອງຖິ່ນໃຫ້ລະອຽດ ໃນ 6 ເດືອນຕົ້ນປີ ພິເສດໃນ
- ແຂວງ ທີ່ຄາດວ່າຈະບໍ່ສາມາດປະຕິບັດລາຍຮັບຕາມແຜນການ ຕ້ອງໄດ້ມີມາດຕະການແກ້ໄຂແຕ່ຫົວທີ ແລະ ຂຸດຄົ້ນທ່າແຮງບົ່ມຊ້ອນ ເພື່ອເຮັດໃຫ້ການເກັບລາຍຮັບບັນລຸຕາມຄາດໝາຍ ໃນທ້າຍປີ;
- ຕິດຕາມ ແລະ ກວດກາຄືນ ເລັ່ງທ່ວງຍອດເຫຼືອຄ້າງຈາກການຈ່າຍລ່ວງໜ້ານອກແຜນ
- ງົບປະມານທີ່ສະສົມໃນສົກປີຜ່ານມາ ເພື່ອສະສ້າງບັນຊີໃນລະບົບຄັງເງິນແຫ່ງຊາດຕາມຄວາມສາມາດຕົວຈິງ;
- ປັບປຸງແກ້ໄຂຜົນການກວດສອບຢ່າງຕັ້ງໜ້າ ພ້ອມທັງ ປະຕິບັດມາດຕະການຕໍ່ຫົວ ໜ່ວຍງົບປະມານ ແລະ ບຸກຄົນ ທີ່ລະເມີດວິໄນແຜນການ-ການເງິນ;
- ສືບຕໍ່ຫັນການເງິນນອກລະບົບໃຫ້ເຂົ້າສູ່ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;
- ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນຂອງບັນດາໜ່ວຍງານ ແລະ ຫົວໜ່ວຍວິສາຫະກິດລັດ ທີ່ເຄື່ອນໄຫວບໍ່ມີປະສິດທິພາບ-ປະສິດທິຜົນ, ບໍ່ມີຄວາມສາມາດ ໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ. ພ້ອມທັງປະຕິບັດມາດຕະການ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ;
- ກວດກາຄືນບັນດາໂຄງການຕ່າງໆທີ່ມີມູນຄ່າສູງເກີນຄວາມຈິງ, ກວດຄືນບັນດາໂຄງການນອກແຜນຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ລະເມີດຕໍ່ກົດໝາຍ ແລະ ລະບຽບການ;
- ຊຸກຍູ້ສົ່ງເສີມ ແລະ ຍ້ອງຍໍຊົມເຊີຍ ຕໍ່ຫົວໜ່ວຍທຸລະກິດ ແລະ ບຸກຄົນທີ່ມີຜົນໃນການປະຕິບັດພັນທະຕໍ່ງົບປະມານແຫ່ງລັດ.

III. ການຄຸ້ມຄອງລາຄາສິນຄ້າ :

ລາຄາສິນຄ້າມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ການຜະລິດທຸລະກິດ, ກໍ່ຄືການສ້າງເສດຖະກິດແຫ່ງຊາດ, ໃນນັ້ນລວມເຖິງໄພເງິນເຟີ້. ດັ່ງນັ້ນ, ຈຶ່ງຈໍາເປັນຕ້ອງມີມາດຕະການຄຸ້ມຄອງລາຄາສິນຄ້າຢ່າງເໝາະສົມ, ຮັດກຸມ ແຕ່ກໍ່ບໍ່ໃຫ້ສວນທາງກັບກົນໄກຂອງເສດຖະກິດຕະຫຼາດ.

ການຄຸ້ມຄອງລາຄາສິນຄ້າໃນສະເພາະໜ້ານີ້ ຕ້ອງສຸມໃສ່ໝວດລາຍການສິນຄ້າ ທີ່ມີຜົນກະທົບ ຕໍ່ອັດຕາເງິນເຟີ້ ເຊິ່ງປະກອບດ້ວຍ ໝວດຄົມມະນາຄົມ ແລະ ການຂົນສົ່ງ ໂດຍສະເພາະນໍ້າມັນເຊື້ອໄຟ; ໝວດອາຫານ ແລະ ໂຮງແຮມ; ໝວດເຄື່ອງດື່ມບໍ່ມີທາດເຫຼົ້າ (ປະເພດສະບຽງອາຫານ); ໝວດຮັກສາສຸຂະພາບ ແລະ ຢາ; ໝວດການສຶກສາ ແລະ ອື່ນໆ. ດັ່ງນັ້ນ, ມອບໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ:

- ເປັນໃຈກາງປະສານກັບພາກສ່ວນທີ່ກ່ຽວຂ້ອງ (ກະຊວງກະສິກຳ ແລະ ປ່າໄມ້; ກະຊວງພະລັງງານ ແລະ ບໍ່ແຮ່; ກະຊວງໄປສະນີ, ໂທລະຄົມະນາຄົມ ແລະ ການສື່ສານ; ກະຊວງໂຍທາທິການ ແລະ ຂົນສົ່ງ; ກະຊວງສຶກສາທິການ ແລະ ກິລາ; ກະຊວງສາທາລະ ນະສຸກ; ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ) ຄົ້ນຄວ້າ ແລະ ປຶກສາຫາລື ວາງມາດຕະການ ຄຸ້ມຄອງສິນຄ້າໃນແຕ່ລະໝວດ ໃຫ້ເໝາະສົມ ແລະ ຮັດກຸມ;

 - ຜັນຂະຫຍາຍ ຂໍ້ຕົກລົງເລກທີ 71/ນຍ, ລົງວັນທີ 06 ຕຸລາ 2017 ກ່ຽວກັບການສ້າງ ຕັ້ງຄະນະຊີ້ນຳວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍສົມທົບກັບບັນດາແຂວງຕິດຕາມ ແລະ ຄຸ້ມຄອງລາຄາສິນຄ້າໃຫ້ຮັດກຸມ ແລະ ເປັນເອກະພາບ;

 - ປະສານສົມທົບກັບຂະແໜງການ ທີ່ມີອົງການຄຸ້ມຄອງລາຄາ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ຕາມຂອບເຂດສິດ ແລະ ພາລະບົດບາດຂອງຕົນ ເຊັ່ນ: ປະສານກັບກະຊວງໂຍທາທິການ ແລະ ຂົນສົ່ງ ຄົ້ນຄວ້າຄືນ ກ່ຽວກັບການປັບຂຶ້ນ ຄ່າບໍລິການຂົນສົ່ງໂດຍສານພາຍໃນ ນະຄອນຫລວງວຽງຈັນ ແລະ ບາງແຂວງ ທີ່ນອນໃນໝວດຄົມມະ ນາຄົມ ແລະ ຂົນສົ່ງ ເພາະມັນສົ່ງຜົນສະທ້ອນ ທາງອ້ອມຕໍ່ຕົ້ນທຶນການຜະລິດ ແລະ ການບໍລິການສິນຄ້າທົ່ວໄປ.

IV. ນະໂຍບາຍພັດທະນາລັດວິສາຫະກິດ ແລະ ສະຫະກອນຮູບແບບໃໝ່:
ມອບໃຫ້ສະຖາບັນຄົ້ນຄວ້າເສດແຫ່ງຊາດ ສົມທົບກັບຂະແໜງການກ່ຽວຂ້ອງນໍາໄປປັບປຸງຕື່ມ, ຕາມຄໍາເຫັນຂອງກອງປະຊຸມ, ໂດຍສະເພາະແມ່ນ :
- ສະຫຼຸບລາຄາ ແລະ ວິເຄາະ-ວິໄຈຕື່ມເຖິງສາເຫດທີ່ເຮັດໃຫ້ການພັດທະນາລັດວິສາຫະກິດ ແລະ ສະຫະກອນຜ່ານມາ ຍັງບໍ່ທັນໄດ້ຮັບໝາກຜົນດີ;
- ຄົ້ນຄວ້າບົດຮຽນການພັດທະນາລັດວິສາຫະກິດ ຫຼື ວິສາຫະກິດລັດລົງທຶນ ຂອງສາກົນ ທີ່ເປັນບົດຮຽນທີ່ດີ ເພື່ອເອົາໝູນໃຊ້ໃຫ້ສອດຄ່ອງກັບສະພາບເງື່ອນໄຂຂອງການພັດທະນາລັດວິສາຫະກິດຂອງປະເທດເຮົາ;
- ໃຫ້ສະຖາບັນຄົ້ນຄວ້າເສດຖະກິດ ແຫ່ງຊາດ ຄົ້ນຄວ້າ ແລະ ໃຫ້ຄຳແນະນຳຕື່ມກ່ຽວກັບໃນສະເພາະໜ້ານີ້ ຈະສຸມໃສ່ສ້າງນິຕິກຳອັນໃດຕື່ມ ເພື່ອສ້າງເງື່ອນໄຂ ແລະ ສະພາບແວດລ້ອມໃນການພັດທະນາລັດວິສາຫະກິດ ເພື່ອພັດທະນາປະເທດຕາມທິດສັງຄົມນິຍົມ;

V. ການປະຕິບັດການຜະລິດລະດູແລ້ງ ແລະ ແຜນຊຸກຍູ້ການຜະລິດລະດູຝົນ : ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ :
 - ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ກວດຄືນບັນດານິຕິກໍາ, ກົນໄກ ຫຼື ຂອດອຸດຕັນທີ່ສ້າງຄວາມຫຍຸ້ງຍາກ ຫຼື ກີດຂວາງຕໍ່ປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດລະດູແລ້ງ ແລະ ລະ ດູຝົນ ຜ່ານມາແລ້ວຮີບຮ້ອນແກ້ໄຂໃຫ້ສໍາເລັດໂດຍໄວ;
- ລົງຊຸກຍູ້ສົງເສີມການຜະລິດລະດູຝົນ ໂດຍຫັນພະນັກງານວິຊາການລົງຊ່ວຍປະຊົນເຮັດຕົວຈິງກັບທີ່, ຊຸກຍູ້ສົ່ງເສີມການຜະລິດກະສິກໍາໃຫ້ມີຄວາມຫຼາກຫຼາຍ ແລະ ກວ້າງ ຂວາງ ໂດຍໃຫ້ສືບຕໍ່ສົ່ງເສີມ ແລະ ດຶງດູດການລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ເຂົ້າມາໃນການຜະລິດປຸງແຕ່ງເປັນສິນຄ້າ ຄຽງຄູ່ກັນນັ້ນກໍ່ໃຫ້ຊຸກຍູ້ປະຊາ ຊົນປູກເຂົ້າພັນພື້ນເມືອງຂອງທ້ອງຖິ່ນຕ່າງໆໃຫ້ສາມາດແຂ່ງຂັນກັບປະເທດອ້ອມຂ້າງ;
- ສະໜອງແນວພັນ, ນໍາໃຊ້ເຕັກນິກເຄື່ອງມືທັນສະໄໝເຂົ້າຊ່ວຍການຜະລິດ ເພື່ອໃຫ້ສາມາດຜະລິດໄດ້ຫລາຍຂຶ້ນ;
- ຈັດສັນຕະຫຼາດຖາວອນໃຫ້ກຸ່ມການຜະລິດພືດຜັກອິນຊີ ແລະ ກະສິກໍາສະອາດ, ພ້ອມທັງຊອກຕະຫຼາດໃຫ້ກວ້າງກວ່າເກົ່າ ໃຫ້ປະຊາຊົນສາມາດຂາຍເປັນສິນຄ້າໄດ້ຫລາຍຂຶ້ນ.

VI. ການຈັດຕັ້ງປະຕິບັດ ຄຳສັ່ງ ສະບັບເລກທີ 07/ນຍ, ລົງວັນທີ 22 ມິຖຸນາ 2018 ວ່າດ້ວຍການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ, ວຽກງານຈຸດສຸມ 6 ເດືອນທ້າຍປີ 2018 ແລະ ກະ ກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານລັດປີ 2019 ໃຫ້ແທດເໝາະກັບຕົວຈິງ

VII. ການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ :
- ລັດຖະບານອອກມະຕິກອງປະຊຸມລັດຖະບານ ເພື່ອຮັບຮອງເອົາທິດທາງຜັນຂະຫຍາຍ ແລະ ມາດຕະ ການກະຕຸ້ນເສດຖະກິດ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແລະ ສະຫຼຸບລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ;
- ບັນດາຂະແໜງການ ແລະ ທ້ອງຖິ່ນ ຜັນຂະຫຍາຍທິດທາງ ແລະ ມາດຕະການກະຕຸ້ນເສດຖະກິດ ເບ້ຍວຽກຈຸດສຸມຂອງຕົນ ພ້ອມທັງ ມອບຄວາມຮັບຜິດຊອບໃນການຈັດ ຕັ້ງປະຕິບັດ;
- ກະຊວງແຜນການ ແລະ ການລົງທຶນ ສົມທົບກັບ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຊຸກຍູ້, ຕິດຕາມ, ກວດກາ, ປະເມີນ ແລະ ສະຫຼຸບລາຍງານຜົນການຈັດ ຕັ້ງປະຕິບັດ ຕໍ່ກອງປະຊຸມລັດຖະບານ ປະຈຳເດືອນ ກັນຍາ ( 3 ເດືອນຕໍ່ໜ້າ).


ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 
© ໂຕະນໍ້າຊາ  | www.tonamcha.com | www.tonamchanews.com

_______

No comments

Powered by Blogger.