ເກີດເຫດລົດເມຫລັກຊາວ-ວຽງຈັນປີ້ນ ທາງ ປາກກະດິງ ບາດເຈັບ 2 ຄົນ
ໃນນຕອນເຊົ້າຂອງວັນທີ 18 ມີຖຸນາ 2018 ເກີດອຸບັດຕິເຫດລົດເມຫລັກຊາວ-ວຽງຈັນປີ້ນ ທ່າມກາງເສັ້ນທາງປຽກ ແລະ ມີຝົນຕົກລິນເລັກນ້ອຍ ໂດຍຈຸດເກີດເຫດແມ່ນຢູ່ເຂດບ້ານໂພນສີ ເມືອງປາກກະດິງ ແຂວງບໍລິຄໍາໄຊ . ລົດເມຄັນດັ່ງກ່າວແມ່ນຈະມຸ້ງໜ້າອອກຈາກຫຼັກຊາວ ເພື່ອເດີນທາງຂື້ນນະຄອນຫລວງວຽງຈັນ ແຕ່ມາເກີດອຸບັດຕິເຫດເສຍກ່ອນ. ສໍາລັບລົດເມຄັນທີ່ເກີດເຫດແມ່ນທະບຽນ ກໍາແພງນະຄອນ ບຂ 6995.
ອຸບັກຕິເຫດດັ່ງກ່າວສົ່ງຜົນໃຫ້ມີຄົນບາດເຈັບໜັກ 2 ຄົນ ແລະ ເລັກນ້ອຍ 4 ຄົນ ແລະ ໂຊກດີບໍ່ມີຜູ້ເສຍຊີວິດ , ສ່ວນສາເຫດແມ່ນຍັງບໍ່ທັນຮູ້ຊັດເຈນວ່າເກີດຂື້ນຍ້ອນຫຍັງ ແຕ່ຄາດອາດເປັນຍ້ອນເສັ້ນທາງໝື່ນຈາກເສັ້ນທາງປຽກ ແລະ ມີຝົນຕົກລິນ. ຝາກເປັນໜຶ່ງອຸທາຫອນໃນການເດີນທາງໃນໄລຍະລະຝົນ ຄວນມີສະຕີກວດການສະພາບລົດ, ສະພາບອາກາດ ແລະ ສະພາບຄວາມພ້ອມຂອງຮ່າງກາຍກ່ອນອອກເດີນທາງທຸກຄັ້ງເພື່ອຄວາມປອດໄພແກ່ຊີວິດ ແລະ ຊັບສີນ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment