ອຸບັດຕິເຫດລົດເກັງເສຍຫຼັກປີ້ນລົງຂ້າງທາງ ເຈັບ 2 ຢູ່ເຂດເມືອງຫີນບູນ ແຂວງຄໍາມ່ວນ
ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ Rescue Khammouan ລາຍງານວ່າ: ໃນວັນທີ 03 ມີຖຸນາ 2018 ເວລາ 17:40 ນາທີ ໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 55 33 00 65 ວ່າມີລົດເກັງເສຍຫຼັກປີ້ນລົງຂ້າງທາງ ຢູ່ບ້ານ ເລົາຄາ ເມືອງ ຫີນບູນ ແຂວງ ຄຳມ່ວນ. ເມື່ອໜ່ວຍກູ້ໄພຂອງພວກເຮົາໄດ້ໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ບາດເຈັບ 02 ຄົນ ເພດຊາຍຜູ້ທີ່ 1 ເພດຊາຍ ມີອາການແໜ້ນໜ້າເອິກ, ຜູ້ທີ່ 2 ເພດຊາຍ ມີອາການກະທົບຂາຊ້າຍທ່ອນລຸ່ມ,ແຂນຂວາທ່ອນລຸ່ມແລະມຶນຊາຂ້າງຂວາ ( ພີ່ນ້ອງນຳສົ່ງກ່ອນ )
ທີມງານ ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງຜູ້ກ່ຽວໄປສຸກສາລາຄຳແກ້ວ ລົດສຸກເສີນ001ນຳສົ່ງແລ້ວທີມງານຂອງພວກເຮົາໄດ້ນຳສົ່ງຜູ້ບາດເຈັບທັງ 02 ມາໂຮງໝໍແຂວງຄຳມ່ວນ ລົດສຸກເສີນ 003 ນຳສົ່ງ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment