ເຫດເມົາຂັບລົດລົດໃຫຍ່ປີ້ນເຂົ້າບ້ານປະຊາຊົນ ບາດເຈັບ 6 ຄົນ
ອີງຕາມການລາຍງານຂອງ ໜ່ວຍກູ້ໄພມູນນິທິຈີນ ວ່າ: ໃນວັນ ວັນພະຫັດ ວັນທີ 28 ມິຖຸນາ 2018 ເວລາ19:08 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີສຸກເສີນ1628 ວ່າມີລົດໃຫຍ່ປີ້ນເຂົ້າບ້ານປະຊາຊົນ ຢູ່ເຂດບ້ານໜອງແຕງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດໃຫຍ່1ຄັນ ມີຜູ້ບາດເຈັບຈຳນວນ 6 ຄົນ ເປັນເພດຊາຍ 5 ຄົນແລະ ເພດຍິງ1ຄົນ ອາການເບື້ອງຕົ້ນແມ່ນ:
- ເພດຊາຍ 2 ຄົນ ແລະ ເພດຍິງ: ມີບາດແຜທະຫຼອກແຂນຂາ-ໃບໜ້າ
- ເພດຊາຍຜູ້ຂັບ: ເມົາ, ວີນຫົວ ແລະ ກະທົບຫົວ
- ເພດຊາຍເດັກນ້ອຍ: ກະທົບຫົວແຕກ ແລະ ເຈັບແອວ ແລະ ແຜທະຫຼອກ
- ເພດຊາຍເດັກນ້ອຍ: ກະທົບບ່າໄລ່ ແລະ ແຜທະຫຼອກແຂນຂາ
ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຈີນຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນ(ແລ້ວຜູ້ບາດເຈັບໄປໂຮງຫມໍມິດຕະພາບ)
ພົບອຸບັດຕິເຫດຕາມທ້ອງຖະໜົນ | ຜູ້ປ່ວຍສຸກເສີນໂທແຈ້ງ1628 24 ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຈີນ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment