ອຸປະຕິເຫດ ລົດຮຸນໄດ ບໍ່ມີປ້າຍທະບຽນ ເສຍຫລັກປີ້ນ
ວັນທີ 24/6/2018 ເວລາປະມານ 11:15 ນາທີ ມີລາຍງານຈາກປະຊາຊົາວ່າ ໄດ້ເກີດອຸປະຕິເຫດ ລົດຮຸນໄດ ບໍ່ມີປ້າຍທະບຽນ ເສຍຫລັກປີ້ນ ຢູ່ເສັ້ນທາງ ເລກທີ 16B ລະຫວ່າງເຊກອງ- ດາກຈຶງ ແຖວເຮືອນ 100 ຫລັງ ໄກ້ແຄັມບໍລິສັດຮວງແອັງ. ຂໍ້ມູນເບື້ອງຕົ້ນລະບຸວ່າ ຜູ້ຂັບຂີ່ ມານຳກັນ 2 ຄົນ ແລະ ປອດໄພທັງ 2 ຄົນ.
ຂໍ້ມູນຈາກຜູ້ເຫັນເຫດການບອກໃຫ້ຮູ້ວ່າ ຜູ້ຂັບຂີ່ແມ່ນເດີນທາງມາຈາກ ບ້ານ ກະຊັງກາງ ຄາດວ່າ ຂັບມາດ້ວຍຄວາມໄວສູງ ມຸ້ງໜ້າເຂົ້າໄປໃນເມືອງ ພໍມາຮອດບ່ອນເກີດເຫດ ໄດ້ມີ ສັດລ້ຽງ ປະເພດ ງົວ ແລ່ນຕັດໜ້າ ຜູ້ຂັບຂີ່ຈຶ່ງຫັກຫລົບລີກ ຈົນເຮັດໃຫ້ລົດເສຍຫລັກປີ້ນລົງຮ່ອງແຄມທາງ ແຕ່ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບສາຫັດ ຫຼຶ ເສຍຊີວິດຈາກເຫດດັ່ງກ່າວ.
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment