ເຫດຄົນຜູກຄໍຕາຍ ທີ່ເຂດບ້ານ ຫົວເມືອງເຫນືອ ນະຄອນໄກສອນ ແຂວງສະຫວັນນະເຂດ
ແຂວງ ສະຫວັນນະເຂດ : ວັນທີ10 ມີຖຸນາ 2018 ເວລາ ປະມານ13:30ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີເຫດຄົນຜູກຄໍຕາຍ ທີ່ເຂດບ້ານ ຫົວເມືອງເຫນືອ ນະຄອນໄກສອນ ແຂວງສະຫວັນນະເຂດ
ໃນຈຸດເກີດເຫດແມ່ນມີສົບຜູ້ເສຍຊີວິດ1ຄົນເປັນເພດຊາຍ ( ສາວປະເພດສອງ) ອາຍຸປະມານ 35ປີ ໂດຍສະພາບສົບ ນຸ່ງສີ້ນ ແລະ ເສື້ອສີດຳ ຜູກຄໍທີ່ບ້ານ ຫນ້າທາງເຂົ້າ ສະພາບສົບຫນ້າຈະເສຍຊີວິດປະມານ3 - 4ມື້ ເພາະເບີ່ງສະພາບສົບແມ່ນ ມີກີນເຫມັນ ແລະ ເປື່ອຍຫລາຍບ່ອນ. ຂໍ້ມູນເບື້ອງຕົ້ນລະບຸວ່າ ຜູ້ກ່ຽວແມ່ນອາໄສຢູ່ນຳອ້າຍສອງຄົນ ເຊີ່ງໄດ້ຫາຍໂຕໄປຫລາຍມື້ບໍ່ເຫັນ ປະຊາຊົນເຂດນັ້ນຈື່ງໄດ້ກີນເຫມັນ ເລີຍເຂົ້າໄປຮ້ອງ ແລະ ໄດ້ພົບສົບຜູ້ເສຍຊີວິດ. ສ່ວນສາເຫດແຮງຈູງໃຈ ທາງທີມງານຍັງບໍ່ຮູ້ສາເຫດ ສຳເນົາ ຄະດີຄວາມດັ່ງກ່າວແມ່ນທາງເຈົ້າຫນ້າທີ່ຮັບຜິດຊອບ ກຳລັງສືບສວນສອບສວນຕໍ່ໄປ.
ສໍາລັບສົບຜູ້ເສຍຊີວິດ ທາງມູນນິທິພວກເຮົາໄດ້ອານຸເຄາະໃຫ້ຫິບສົບ ແລະ ທຳພິທີທາງສາດສະຫນາ ໃຫ້ເພາະອີງໃສ່ສະພາບທາງຄອບຄົວແມ່ນທຸກຍາກ . ທ່ານໃດຍາກປະກອບສ່ວຍຊ່ວຍເຫລືອສັງຄົມ ອານຸເຄາະໂລງສົບ ຫລືປັດໃຈ ຜ້າຂາວ ເພື່ອຝາກຕໍ່ໃຫ້ຄອບຄົວທຸກຍາກ ສາມາດຕິດຕໍ່ທາງທີມງານ ມູນນິທິໄດ້ທີ່ ເບີໂທ 020 28285454 ;020 98985454 ຕະຫລອດ 24 ຊົ່ວໂມງ.
ພາບ ແລະ ຂ່າວ: ໜ່ວຍກູ້ໄພ ສະຫວັນນະເຂດ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment