ອຸບັດຕິເຫດລົດຈັກເສຍຫຼັກລົ້ມ ບາດເຈັບ1ຄົນ ເສຍຊີວິດຄາທີ 1 ຄົນ
ແຂວງ ສະຫວັນນະເຂດ : ອີງຕາມການລາຍງານຂອງຂອງ ໜ່ວຍກູ້ໄພ ສະຫວັນນະເຂດ ວ່າ: ວັນທີ 25 ມີຖຸນາ 2018 ເວລາ ປະມານ 21:00 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີອຸປະຕິເຫດລົດຈັກເສຍຫຼັກລົ້ມ ບາດເຈັບ1 ເສຍຊິວິດຄາທີ1 ເຂດ ບ້ານ ນາທາດ ຫຼັກ 27 ເມືອງ ອຸທຸມພອນ ແຂວງ ສະຫວັນນະເຂດ ເສັ້ນທາງກິໂລແມັກເລກທີ 09
ໃນຈຸດເກີດເຫດມີຜູ້ບາດເຈັບສາຫັດ1ຄົນເປັນເພດຊາຍ ໂດຍອາການມີບາດແຜຈີກບໍລິເວນຄໍ , ກະທົບຫົວ ແລະ ມີສະຕິ ແຕ່ມີເລືອດອອກຫຼາຍ. ດັ່ງນັ້ນ, ທາງທີງານ ລົດສຸກເສິນ 2 ໄດ້ປະຖົມພະຍາບານ ແລ້ວນຳສົ່ງໂຮງຫມໍ ແຂວງ ສະຫວັນນະເຂດ, ສ່ວນອີກລາຍ ແມ່ນເສຍຊີວິດຄາທີ່ ເປັນເພດຊາຍ ໂດຍອາການບາດແຜຈີກທີ່ບໍລິເວນຫົວ ແລະ ອະໄວຍະວະສະໝອງອອກ ສົ່ງຜົນໃຫ້ເສຍຊີວິດຄາທີ່ ສ່ວນສົບຜູ້ເສຍຊີວິດ ທາງທີມງານໃດ້ນຳສົ່ງ ໂຮງເຍັນໂຮງຫມໍ ທະຫານແຂວງ
ອຸປະຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສິນໂທ 020 98985454 , 020 28285454 ຕະຫລອດ24ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ຊິບ-ກູ້ໄພ ສະຫວັນນະເຂດ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment