ອຸບັດຕິເຫດລົດໃຫ່ຍຕຳລົດຈັກແລ້ວຫນີ ເສຍຊີວິດ 1 ຄົນໃນຈຸດເກີດເຫດ
ອີງຕາມການລາຍງານຂອງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ວ່າ ໃນວັນທີ06 ມິຖຸນາ 2018 ເວລາ 23:35 ນາທີ ໄດ້ຮັບແຈ້ງເຫດຈາກປະຊາຊົນວ່າມີເຫດລົດຕຳກັນ ຈຸດເກີດເຫດແມ່ນຢູ່ບໍລິເວນເອັມພ້ອຍຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ . ໃນຈຸດເກີດເຫດພົບວ່າມີຄົນເຈັບ 1 ຄົນ ຂໍ້ມູນເບື້ອງຕົ້ນລະບູວ່າຜູ້ບາດເຈັບເປັນເພດຍິງ ອາຍຸ 33 ປີ ບ້ານໂນນສະຫວ່າງ ເມືອງໄຊເສດຖາ ແຂວງນະຄອນຫຼວງວຽງຈັນ ສັນຊາດລາວ ເຊິ່ງອາການເບື້ອງຕົ້ນແມ່ນກະທົບຫົວ,ເລືອດອອກປາກ,ມີບາດເປີດໃຫຍ່ຢູ່ຂາເບື້ອງຂວາ ບໍ່ມີສະຕິ
ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຈຶ່ງໄດ້ທຳການ CPR (ປໍ້າຫົວໃຈ )ແລ້ວກໍເສຍຊີວິດໃນເວລາຕໍ່ມາ . ສ່ວນຮ່າງຂອງຜູ້ກ່ຽວແມ່ນໄດ້ນຳສົ່ງໄປທີ່ວັດຈີນດົງປ່າແຫລບ
ພາບ ແລະ ຂ່າວ: ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ
ບາດເຈັບສຸກເສີນໂທເບີ 1623 ຕະຫຼອດ 24 ຊົ່ວໂມງ (ຈຸດທາດຫຼວງ)
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment