ລັດ ໃຊ້ກົນໄກອວ່າຍໜີ້ສາມແຈ ແນໃສ່ກະຕຸ້ນເສດຖະກິດ
ອີງຕາມການລາຍງານຂອງ ສໍານັກຂ່າວສານປະເທດລາວ ວ່າ : ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດກົນໄກອ່ວາຍໜີ້ 3 ແຈ ຂອງລັດຖະບານ ໃນໄລຍະຜ່ານມາ ແມ່ນມີເປົ້າໝາຍເຮັດໃຫ້ບັນດາທຸລະກິດ ແລະ ທະນາຄານ ມີສະພາບຄ່ອງຕົວ, ທັງເປັນການກະຕຸ້ນເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ໃນນີ້, ໜີ້ທີ່ສາມາດອວ່າຍໄດ້ ຕ້ອງເປັນໂຄງການທີ່ສະພາແຫ່ງຊາດຮັບຮອງແລ້ວ, ເປັນໂຄງການລົງທຶນຂອງລັດທີ່ໄດ້ ຮັບການຈັດຕັ້ງປະຕິບັດສຳເລັດ 100%, ເປັນໂຄງການທີ່ຜູ້ຮັບເໝົາໄດ້ນຳເອົາໂຄງການ ຫລື ຫລັກຊັບອື່ນໄປຄ້ຳປະກັນ, ເງິນກູ້ຢືມຈາກບັນດາທະນາຄານທີ່ຕັ້ງຢູ່ພາຍໃນປະເທດ ເພື່ອຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ.
ສຳລັບກົນໄກການອວ່າຍໜີ້ ຕາມຄວາມຮັບຜິດຊອບຂອງແຕ່ລະຂະແໜງການ ປະກອບມີ ທະນາຄານແຫ່ງ ສປປ ລາວ ເປັນຜູ້ກວດກາສັນຍາກູ້ຢືມຂອງບັນດາບໍລິສັດ ກັບບັນດາທະນາຄານ ແລະ ຢັ້ງ ຢືນຄວາມຖືກຕ້ອງ; ກະຊວງແຜນການ ແລະ ການລົງທຶນເປັນຜູ້ກຳນົດເງື່ອນໄຂການອວ່າຍໜີ້, ສັງລວມໜີ້ສິນໂຄງການລົງທຶນຂອງລັດ, ກວດກາຄວາມຖືກຕ້ອງຂອງບັນດາໂຄງການ ຕາມເງື່ອນໄຂທີ່ກຳນົດໄວ້, ຄົ້ນຄວ້າຈັດສັນເປັນແຕ່ລະໂຄງການ ແລະ ຢັ້ງຢືນແຜນການຈັດສັນ ໃຫ້ກະຊວງການເງິນ ເພື່ອຊຳລະສະສາງ. ທາງດ້ານກະຊວງການເງິນ ປະຕິບັດການຊຳລະ ຕາມການຈັດສັນ ແລະ ຢັ້ງຢືນ, ທັງກຳນົດການປະກອບເອກະສານຕ່າງໆ, ພ້ອມດຳເນີນການກວດກາຄວາມຄົບຖ້ວນ ແລະ ດຳເນີນຂັ້ນຕອນອອກພັນທະບັດລັດຖະບານ ເພື່ອໃຫ້ບັນດາທະນາຄານປົດໜີ້ ໃຫ້ບັນດາບໍລິສັດ.
ອີງຕາມການສັງລວມສະພາບໜີ້ສິນ ທີ່ສອດຄ່ອງກັບເງື່ອນໄຂດັ່ງກ່າວ ໃນທົ່ວປະເທດ ມີຈຳນວນທັງໝົດ 3.250 ຕື້ກີບ, ປັດຈຸບັນໄດ້ມີບັນດາບໍລິສັດທີ່ໄດ້ປະຕິບັດ ການມອບພັນທະອາກອນ ແລະ ປະ ກອບເອກະສານຄົບຖ້ວນຕາມເງື່ອນໄຂ ເພື່ອຊຳລະລວມທັງໝົດ 3.169,48 ຕື້ກີບ, ເທົ່າກັບ 97,54% ຂອງແຜນການ. ໃນນີ້ ໄດ້ມອບ-ຮັບ ພັນທະບັດ ສຳເລັດແລ້ວຈຳນວນ 2.817,25 ຕື້ກີບ, ເທົ່າກັບ 86,7% ຂອງແຜນການ. ສ່ວນບັນດາບໍລິສັດ ທີ່ຍັງບໍ່ທັນປະກອບເອກະສານຂໍຊຳລະ ເປັນເງິນ 79,85 ຕື້ກີບ, ສາເຫດໜຶ່ງແມ່ນຍັງບໍ່ທັນປະຕິບັດພັນທະອາກອນ ແລະ ເອກະສານບໍ່ຄົບຖ້ວນ. ສຳລັບບໍລິສັດອີກຈຳນວນໜຶ່ງ ທີ່ສະເໜີຂໍອ່ວາຍໜີ້ 3 ແຈ ແຕ່ບໍ່ໄດ້ຮັບການພິຈາລະນາ ແມ່ນຕິດພັນກັບຫລາຍບັນຫາ ເປັນຕົ້ນ ໂຄງການບໍ່ສອດຄ່ອງກັບເງື່ອນໄຂ ແລະ ການປະກອບເອກະສານ ບໍ່ທັນກຳນົດເວລາ.
ຂໍ້ມູນ: ຂປລ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment