ເຫດສະຫຼົດໃຈ! ຟ້າຜ່າສອງຜົວເມຍເສຍຊີວິດຄາທີ່ 2 ຄົນ
ອີງຕາມການລາຍງານຂອງ ໜ່ວຍກູ້ໄພ ສະຫວັນນະເຂດ ວ່າ : ວັນທີ 28/6/2018 ໄດ້ເກີດເຫດເສົ້າສະຫຼົດໃຈ ຟ້າຜ່າຄົນເສຍຊີວີດ 2 ລາຍ ໂດຍເຫດແມ່ນເກີດຂື້ນທີ່ບ້ານຫົວ ຄຳເມຶອງອຸທຸມພອນ ແຂວງສະຫວັນນະເຂດ. ຂໍ້ມູນເບື້ອງຕົ້ນເກີດການແມ່ນເກີດຂື້ນຢູ່ທີ່ຖຽງນາ ເຊິ່ງຜູ້ກ່ຽວທັງສອງໄດ້ພາກັນເຂົ້າໄປຫຼົບຝົນຢູ່ທີ່ນັ້ນກ່ອນຈະເກີດເຫດເສົ້າສະຫຼົດໃຈແບບນີ້ ແຕ່ໂຊກດີທີ່ ເຈົ້າຂອງຖຽງນາ ແລະ ລູກຂອງຜູ້ກ່ຽວທີ່ນັ່ງຢູ່ນໍາກັນຂະນະເກີດເຫດແມ່ນບໍ່ໄດ້ຫຍັງ ແລະ ປອດໄພດີ.
ອຸປະຕິເຫດ, ເຈັບປ່ວຍແຈ້ງເຫດສຸກເສິນໂທ 020 28285454 , 020 98985454 ຕະຫລອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ໜ່ວຍກູ້ໄພ ສະຫວັນນະເຂດ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment