ເຫດລົດຟໍຈູນເນີແລ່ນໄວຕໍາເອົາລົດຕຸກໆເສຍຫຼັກໄປຕຳເອົາຄົນທີ່ນັ່ງໜ້າຮ້ານ ເຈັບ 4 ຄົນ
ໜ່ວຍກູ້ໄພ ລາຍງານວ່າ : ວັນເສົາ ວັນທີ 23 ມີຖຸນາ 2018 ເວລາ 05:20 ນາທີ ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີສຸກເສີນ1628ວ່າມີລົດໃຫຍ່ຕຳເອົາລົດຕຸກໆ ແລ້ງສົ່ງຜົນໃຫ້ລົດຕຸກໆເສຍຫຼັກໄປຕຳເອົາຄົນທີ່ນັ່ງກີນດື່ມ ແລະ ເຂົ້າຮ້ານປະຊາຊົນ ໂດຍຈຸດເກີດເຫດແມ່ນຢູ່ເຂດບ້ານຂຸນຕາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ໜ່ວຍກູ້ໄພມູນນິທິຈີນ1628 ໄດ້ອອກກວດສອບເຫດພົບເຫັນເປັນປະເພດລົດໃຫຍ່ຕໍາກັບລົດຕຸກໆ ໃນນັ້ນມີຜູ້ບາດເຈັບຈຳນວນ 4 ຄົນ ເພດຊາຍ 3ຄົນ ແລະ ເພດຍິງ1ຄົນ ອາການເບືເອງຕົ້ນແມ່ນ:
ເພດຍິງ: ແຜໂຜກຊໍ້າ, ເຈັບບໍລິເວນຫຼັງ ແລະເຈັບແຂນ (ບໍ່ປະສົງໄປໂຮງໝໍ)
ເພດຊາຍຜູ້ທີ 1: ແຂນຫັກຜິດຮູບເບື້ອງຊ້າຍ, ບາດແຜຈີກແຂນເບື້ອງຊ້າຍ ແລະ ແຜທະຫຼອກແຂນຂາ
ເພດຊາຍຜູ້ທິ 2: ແຜທະຫຼອກແຂນຂາ ແລະ ຕີນ
ເພດຊາຍຜູ້ທີ 3:ເຈັບຂາ ແລະ ແຜທະຫຼອກແຂນຂາ
ດັ່ງນັ້ນ ໜ່ວຍກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໄປໂຮງໝໍມິດຕະພາບ150 ຕຽງ
ພົບອຸບັດຕິເຫດຕາມທ້ອງຖະໜົນຫຼວງ ຜູ້ປ່ວຍສຸກເສີນຕ່າງໆໂທແຈ້ງ1628ໄດ້24ຊົ່ວໂມງ
ທີ່ມາ: ໜ່ວຍກູ້ໄພມູນນິທິຈີນ1628
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment