ເຫດລົດຕູ້ຕຳກັບລົດເກ໋ງ ແລະ ລົດຈັກ ບາດເຈັບ 9 ຄົນ
ແຂວງຄໍາມ່ວນ : ໃນເວລາ 14:34 ນາທີ ຂອງວັນທີ 13 ມິຖຸນາ 2018 ນີ້, ໄດ້ເກີດອຸບັດຕິເຫດລົດຕູ້ຕໍາປະສານງານກັບລົດເກັງ ແລະ ລົດຈັກ ໂດຍເຫດເກີດຂື້ນຢູ່ເສັ້ນທາງເລກທີ່13 ບ້ານດອນມ່ວງ ເມືອງທ່າແຂກ ແຂວງຄໍາມ່ວນ. ເຫດການດັ່ງກ່າວເຮັດໃຫ້ມີຄົນບາດເຈັບ 9 ຄົນ ໃນນີ້ຜູ້ໃຫຍ່ 6 ຄົນ, ເດັກນ້ອຍ 3 ຄົນ ແຕ່ລະຄົນມີບາດແຜ່ຖະຫຼອກຕາມຕົນຕົວ ແລະ ໄດ້ຮັບການຊ່ວຍເຫຼືອຈາກພົນລະເມືອງດີ ແລະ ໜ່ວຍອາສາກູ້ໄພເພື່ອນໍາສົ່ງໂຮງໝໍແຂວງ.
ຫນ່ວຍງານອາສາກູ້ໄພ ແຂວງຄຳມ່ວາ ອຸປະຕິເຫດ ເຈັບປ່ວຍສຸກເສີນ 0305394330 ຕະຫລອດ 24 ຊົ່ວໂມງ
ພາບ ແລະ ຂ່າວ: ກູ້ໄພແຂວງຄໍາມ່ວນ
© ໂຕະນໍ້າຊາ | www.tonamcha.com | www.tonamchanews.com
_______
Post a Comment